ແຕ່ບໍ່ຕ້ອງເສຍໃຈ ສຳຫລັບຄົນທີ່ບໍ່ມີໂອກາດໄດ້ໄປມື້ນັ້ນ ເພາະສຸດທ້າຍກໍ່ບໍ່ໄດ້ໄປ. ຕາຍລະ ນັດມາຫຍັງຫວາ ເສຍອາລົມ ທ້າວໂຈ້ນິກະຈັງແມ່ນໂພດ, ນັດຫມູ່ມາແລ້ວ ຈົນຫມູ່ມາລວມກັນຢູ່ບ້ານທ້າວສຸກ ແລ້ວຈິ່ງມາບອກວ່າ "ສ່ຽວ ເຮົາຂໍໂທດ ເຮົາບໍ່ມີລົດ" ເສຍອາລົມ. ທ້າວວີ່ ເພິ່ນກະບອກວ່າ ຊິໂທຫາກະເຈົ້າກ່ອນ ຊິຖາມເລື້ອງລົດ ເອົາໄປເອົາມາ ຫາຍວັບ ບໍ່ເຫັນໂທ້ກັບ, ມີແຕ່ຄົນຄັກໆເນາະ ໂຊເຟີ ລົດເຮົານິ. ພວກທີ່ຢູ່ບ້ານທ້າວສຸກ ກໍ່ເລີຍໄດ້ແຕ່ນັ່ງຈຶ້ງເບິ່ງຫນ້າກັນ. ອຸສາມາແລ້ວ ບໍ່ໄດ້ໄປຫລິ້ນ ມັນກໍ່ບໍ່ຄືລະ. ເອົາລົດນາງສັນຍາ ໄປຫລິ້ນສວນນ້ຳ. ບໍ່ມີໃຜເຄີຍເຂົ້າຫັ້ນເລີຍ. ເຫັນແຕ່ທາງນອກ ຍັງອາລັງການແລ້ວ ເປັນໂອກາດດີ ກໍ່ເລີຍລອງເຂົ້າໄປເບິ່ງ. ພວກຜູ້ບ່າວເລືອກທີ່ຈະໄປກິນເບຍ ສະນັ້ນ ມີແຕ່ພວກຜູ້ສາວໄປສວນນ້ຳ.

ມັນມີຮ້ານອາຫານຢູ່ນັ້ນນຳ, JOMA. ວິວມັນງາມດີ ກໍ່ເລີຍພາກັນແລ່ນຖ່າຍຮູບ ຈົນສະໃຈ. ພວກບໍ່ເຄີຍມາ ກໍ່ເປັນຈັງຊີ້ລະ.

ກິນເຂົ້າສວາຍຢູ່ຮ້ານ JOMA ແລ້ວກໍ່ກັບບ້ານ. ມີເຂົ້າພັນສາ ເຮັດໄດ້ທໍ່ນີ້ລະ. ຈື່ໄວ້ເດີ້ ທ້າວໂຈ້.

_____________________________________________
ໃຜມີຫນ້າໃນງານ
ຜູ້ບ່າວ: ສຸດ, ນ້ອຍ (ວຽງຄຳ), ເກມ, ສຸກ, ເປ່ເລ້
ຜູ້ສາວ: ສັນຍາ, ລີລາ, ເປົ້າ, ນະນ່າ, ຕາດຳ.
(ຄົນຈັງແມ່ນໜ້ອຍ)
High Quality Photo

2 comments:
Post a Comment