ວັນເກີດຂອງເປັດ ເຊິ່ງເປັນວັນຊາດລາວ. ປະຊາຊົນ 62 ບາງຈຳນວນພາກັນໄປເຕົ້າໂຮມກັນ ຢູ່ບ້ານນາງ. ນາງເປັດໄດ້ໃຫ້ ອາຫານການກິນ ອັນແຊບນົວ. ນາງອັນນີ້ ເພິ່ນເຮັດກິນເກັ່ງຢູ່ແລ້ວ. ໂອ້ຍ ຖ້າບໍ່ມີ ນາງເປັດນ້ອຍ ພໍດີ ບັກຕຸ້ຍນຸ່ຍ ຈ່ອຍແນ່ນອນ ເຫັນຫນ້າມັນ ທຸກງານ, ໂດຍສະເພາະແມ່ນງານກິນ. ຈັງແມ່ນເວົ້າບາບມັນ ຮ່າຮ່າຮ່າ.


ເປົ່າເຄັກແລ້ວ ນາງເປັດເພິ່ນກໍ່ຈັດການ ຍ່າງອ້ອມໂຕະໄປປ້ອນເຄັກໃຫ້ຄົນນັ້ນ ຄົນນີ້. ມ້ວນ ມ່ວນ ຫົວຈົນຊິໃສ້ຂາດ ຂໍໃຫ້ເບິ່ງເອົາ ອະທິບາຍຍາກ. ທ້າວສຸດໂວຍ ເພາະຢາກໄດ້ເຄັກຫມົດກ້ອນ, ທ້າວຕາວັນລາວ ຫົວສະໃຈກ່ອນຫມູ່ ຮ້ອງແຕ່ ນັກຂ່າວ ນັກຂ່າວ ເພື່ອຢາກໃຫ້ຖ່າຍຮູບເພິ່ນ, ທ້າວເກມຮ້ອງ ຂໍປ່ຽນບ່ວງ, ທ້າວນຸກເຈັບຍ່ຽບກະທັນຫັນ, ທ້າວໂຈ້ເຈັບທ້ອງທັນທີ, ຫນວດທ້າວໂຈ້ ເຖືອເອົາກະຫນົມເຄັກ, ນາງນະນ່າບອກວ່າ ບໍ່ກິນບ່ອນຫນວດມັນເຖືອ, ນາງເປັດຖືກເວົ້າໃຫ້ວ່າ ແຂ້ວນ້ຳນົມລູກນາງຊົງຊິເດັນອອກ ເພາະນາງຫລິ້ນງັດບ່ວງ ແລະອື່ນໆອີກ ຮ່າຮ່າຮ່າ ເວົ້າບໍ່ຫມົດດອກ.








ເມື່ອແລກປ່ຽນຂີ້ປາກກັນໝົດແລ້ວ ກໍ່ມີຄົນສະເໜີຂື້ນວ່າ ຄວນຈະເກັບເງິນໃຫ້ອີ່ນາງ ນານາໃດ໋ ເງິນເດືອນມັນຫມົດໄປ ກັບການຂື້ນມາວຽງຈັນໝົດ. ມັນຊົງຊິຮັກຫມູ່ຮັກຄູ່ຫລາຍ. ນ້ອຍ (ຕອນນີ້ເປັນເມຍຂອງໂຈ້ແລ້ວ) ຍ່າງເກັບເງິນກັບຫມູ່ເພື່ອນ ຫລັງຈາກເກັບເງິນແລ້ວ ກໍ່ມີພິທີມອບເງິນໃຫ້ກັບນາງນານາ ຖ່າຍໄວ້ເປັນຫລັກຖານແລະມື້ນັ້ນ ທ້າວໂຈ້ ແລະທ້າວນຸກ ກໍ່ເອົາບັນເຊີນແຕ່ງດອງ ຂອງພວກກະເຈົ້າມາໃຫ້, ຊ່ອງເສຍເງິນ ບໍ່ຢາກໄດ້ເລີຍ.
ໃນວັນນັ້ນ ກໍ່ເປັນວັນແຫ່ງຄວາມຊົງຈຳຂອງທຸກຄົນທີ່ລວມໃນງານ ໃນເທື່ອຫນ້າຈະພະຍາຍາມ ເອົາເລື້ອງທີ່ເປັນຄວາມຊົງຈຳດີດີ ມາຂຽນອີກເດີ້ ລະເຂົ້າມາຢ້ຽມຢາມກັນແນ່ ທຸກຄົນ.
ການຢາດຊິງຂອງທ້າວເກມ ແລະທ້າວສຸດ ມັນບໍ່ປ່ອຍງ່າຍໆໃດ໋ຫັ້ນ ໄຂ່ຫນ່ວຍດຽວກະຍາດກັນ
______________________
ໃຜຮ່ວມງານ:
ຜູ້ບ່າວ: ໂຈ້, ສິດ, ສຸດ, ເຕ້ຍ, ນຸກ, ເກມ, ສຸກ, ຕາວັນ, ແລະ ເປ່ເລ້ (9 ຄົນ)
ຜູ້ສາວ: ນະນ່າ, ເປົ້າ, ຕ້າ, ນ້ອຍ (ເມຍໂຈ້), ຈອນ (ເມຍນຸກ) (5 ຄົນ)
ແລະອີກຄົນອື່ນໆ
ເຈົ້າຂອງງານ: ນາງເປັດ










































0 comments:
Post a Comment