28/8/2008
ຈົບແລ້ວ ຈົບແລ້ວ ເດັກ 6/2 ບາງຄົນໄດ້ຈົບການສຶກສາລະດັບປະລິນຍາຕີແລ້ວ ໂອ້ຍດີໃຈນຳພວກຂ້ອຍແນ່ເດີ້ ໃນມື້ຮັບໃບປະກາດ ເປັນມື້ທີ່ວຸ້ນວາຍທີ່ສຸດ ເພາະບໍ່ເຫັນຫມູ່ທີ່ຈົບພ້ອມກັນເລີຍ ຕ່າງພາກັນໄປໃຜໄປມັນ ວ່າຢາກຖ່າຍຮູບນຳຫມົດທຸກຄົນ ມັນກໍ່ເປັນໄປບໍ່ໄດ້ ກໍ່ເລີຍມີຮູບພຽງເທົ່ານີ້ ລະເນີ້ 

ຊັງທ້າວໂຈ້ ກັບທ້າວກອນ ຈັກວ່າ ມັນມາຫຍັງ ບໍ່ເອົາດອກໝອກດອກໄມ້ມາສະແດງຄວາມຍິນດີນຳ ບັນດິດໃຫມ່ ເອີກູເຫັນຫນ້າມຶງລະ ໄປລະ ເບິ່ງມັນເວົ້າ ມັນມາເພື່ອມາເບິ່ງຫນ້າຫມູ່ແລ້ວກໍ່ຈາກໄປ ຈັງແມ່ນພວກເພິ່ນ ລະໂຊກດີຫນ້ອຍຫນຶ່ງ ທີ່ໄດ້ເຫັນຕ້າ ກໍ່ເລີຍຈັບມາຖ່າຍຮູບເລີຍ 

ຂໍແກ້ຄວາມຜິດພາດຂອງຂ້ານ້ອຍຫນ້ອຍຫນຶ່ງເດີ້ ແບ້ກັບຕູນີ່ ຍັງບໍ່ໄດ້ຈົບ ພວກຂະເຈົ້າຮຽນ 6 ປີ ມາເບິ່ງລາຍຊື່ວ່າ ແມ່ນໃຜຈົບແນ່ ປີນີ້

ເປົ້າ ວິສະວະກຳກໍ່ສ້າງ
ຫ້ວງ ວິສະວະກຳ ເອເລັກໂຕນິກ (ມັນໄດ້ວຽກເຮັດແລ້ວ)
ສັນຍາ ລັດຖະສາດ
ສຸດ ນິຕິສາດ
ເຕ້ຍ ນິຕິສາດ
ບີ້ (ນັກຮ້ອງຂອງພວກເຮົາ) ນິຕິສາດ
ສິດ ເສດຖະສາດ
ຕ້າ ເສດຖະສາດ
ຕາວັນ ເສດຖະສາດ
ນຸກ ເສດຖະສາດ
ບີ່ ເສດຖະສາດ (ຈົບຢູ່ ມະຫາວິທະຍາໄລ ຈຳປະສັກ)
ມື້ຊ້ອມຍ່າງຮັບໃບປະກາດ ຂ້ອຍເຫັນ ຕະຕ່າໃດ໋ ຈັນມາລີ ຫັ້ນນະ ແລ້ວຂ້ອຍບໍ່ໄດ້ລົມນຳລາວ ສົງໃສວ່າລາວຈົບຫຍັງເນາະ ໃຜຮູ້ບອກຂ້ອຍແນ່ເດີ້
ຈາກຜູ້ຂຽນ ຂໍໂທດນຳຫລາຍໆເດີ້ ທີ່ລາຍງານຊ້າເກີນໄປ ຊ່ວງນີ້ ບໍ່ມີເວລາ ເຖິງແມ່ນວ່າ ຈະຈົບໄປແລ້ວ ແລະບໍ່ໄດ້ເຮັດວຽກຫຍັງ ແຕ່ກໍ່ບໍ່ມີເວລາຫາຍໃຈ ເພາະໄປຫລິ້ນຕະຫລອດ ຢູ່ບ້ານກໍ່ບໍ່ໄດ້ຢູ່ ເປັນເດັກເລ້ລ້ອນແລ້ວ ອິນເຕີເນັດກໍ່ບໍ່ມີຢູ່ບ້ານແລ້ວ ກໍ່ເລີຍຫາເວລາຍາກຫລາຍ ຈັງໃດກໍ່ໃຫ້ອາໄພກັນແນ່ເນີ້
ຮູບຕອນໄປຫລິ້ນຢູ່ປາກຊັນ ໄປນຳຫມູ່ຢູ່ໂຮງຮຽນວິສະວະກຳນັ້ນລະ ມ້ວນມ່ວນ










































0 comments:
Post a Comment