12 September 2008

ສະຫລອງຈົບການສຶກສາ

30/08/2008
ຍ້ອນວ່າ ວັນຮັບໃບປະກາດ ເດັກ 6/2 ບໍ່ໄດ້ໄປສະຫລອງນຳກັນ ເພາະບາງຄົນກໍ່ໄປສັງສັນນຳຄອບຄົວ ວັນນັ້ນເປັນວັນຄອບຄົວເດ້ ໃນວັນເສົາຂອງອາທິດນັ້ນເອງ ກໍ່ຕ້ອງໄດ້ຈັດງານສະຫລອງໃບປະກາດລະບໍ້ ມັນຊິບໍ່ຄືໃດ໋ ຖ້າບໍ່ໄດ້ເຫັນຫນ້າກັນນະ
ສະຖານທີ່ກໍ່ແມ່ນ ບ້ານທ້າວຕາວັນ (ບ້ານລາວ ຫາກໍ່ປຸກແລ້ວ ທີ່ຈິງມັນກໍ່ແລ້ວແຕ່ດົນ ແຕ່ຂ້ອຍຫາກໍ່ຊິເຫັນ) ປານວ່າ ລາວອອກແບບບ້ານເພື່ອນຫມູ່ ເພາະມີສາລາເບຍນຳອີກ ແລ້ວເຮືອນຄົວລາວກໍ່ເປີດປະຕູກວ້າງໄດ້ ຍ່າງອອກ ຍ່າງເຂົ້າ ສະບາຍເລີຍລະ ສົມກັບເປັນບ້ານ ຂອງຄົນມັກສັງສັນເນາະ ເຮີ ເຮີ

ອາຫານທີ່ຢູ່ຫນ້າໂຕະ ມັນບໍ່ແມ່ນຝີມື ໃຜດອກ ນອກຈາກ ນາງເປັດນ້ອຍ ລາວມາແຕ່ເຊັນແຕ່ເຊົ້າ ເພື່ອມາແຕ່ງກິນໃຫ້ເດັກນ້ອຍພວກນີ້ ມີຫມູ່ດີ ກໍ່ດີແນວດີລະ ພວກເດັກນ້ອຍນີ້ ບໍ່ໃຫຍ່ໄດ້ໃດ໋ ຖ້າບໍ່ມີນາງເປັດ ຂໍຂອບໃຈນຳຄວາມກະລຸນາຂອງນາງນຳເນີ້

ສັງເກດຢູ່ຈອກເບຍໃຫ້ດີໆ ເພາະພວກນີ້ ມັນເລີ່ມບໍ່ມີຫຍັງເຮັດ ມັນຂີດແບ່ງເສັ້ນ ແມ່ນໃຜເປັນຄົນ ເປັນຫມາ ຕາຍແລ້ວ ຈັງແມ່ນ ຄວາມຄິດສ້າງສັນ ຈົບມາແລ້ວ ການສຶກສາຊ່ວຍໄດ້ຫລາຍເນາະ ອີ່ຕົນແຕ່ທ້າວໂຈ້ ມັນບໍ່ກິນເຫຼົ້າກິນເບຍ ຈັກວ່າ ມັນຊິຖືກຈັດເປັນຄົນປະເພດໃດເນາະ ເຮີເຮີ ມັນຖືກກະເຈົ້າຂັບໄລ່ ມັນກໍ່ເລີຍໄປວຸ້ນວາຍຢູ່ເຮືອນຄົວແທນ ບໍ່ແມ່ນຫຍັງດອກ ມັນໄປກິນເຂົ້າຢູ່ຫັ້ນ ເປັດເຮັດກິນແລ້ວ ມັນກໍ່ງ້າບເລີຍ ມັນຍັງທຳທ່າເຮັດປານວ່າ ໂຕເອງເປັນຄົນແຕ່ງກິນ ຈັງແມ່ນມັນ


ຄ່ຳໄປຫນ້ອຍຫນຶ່ງ ທ້າວເຕ້ຍ ແລະທ້າວຕາເວັນກໍ່ເອົາ ໂທລະທັດມາໃຫ້ ແລະເປີດ ຄາລາໂອເກະ ເພາະເຫັນພວກທີ່ບໍ່ໄດ້ກິນ ເຫຼົ້າກິນເບຍ ຄືຂ້ອຍນັ່ງຊຶມຢູ່ ມັນຢ້ານຫມູ່ບໍ່ມ່ວນ ໂອ້ ເຄື່ອງສຽງກໍ່ເປັນຂອງທ້າວເຕ້ຍອີກ ແບບວ່າ ຖ້າຫມູ່ເຮົາແມ່ນໃຜ ຢາກຈັດງານ ຕ້ອງເອີ້ນທ້າວເຕ້ຍໂລດ ລາວມີ ມິກສເຊີ້ ນຳອີກ ຮ້ອງເພັງໄປ ລະກະເມື່ອຍຟັງສຽງໂຕເອງ ກໍ່ເລີຍປ່ຽນເປັນເພັງເຕັ້ນແທນ




ທຳອິດກໍ່ເຕັ້ນ ໃນສາລາເບຍຫັ້ນລະ ດົນໆໄປລະຍ້າຍສະຖານທີ່ ເຕັ້ນຢູ່ເດີນຫຍ້າ (ຫຍ້າບ້ານທ້າວຕາວັນ ຕ້ອງຕາຍຫມົດແທ້ໆ) ພໍດີວ່າ ຢູ່ເດີນຫຍ້າມີຕົ້ນໄມ້ ມັນກໍ່ຖືກໃຊ້ເປັນເສົາ ໃຫ້ພວກລີງພວກຄາງ ໄດ້ລູດຫລິ້ນ


ທ່າເຕັ້ນກໍ່ມີຫລາຍ ແບບເຊັ່ນ ເຕັ້ນຢ່າງສະໃຈຂອງທ້າວໂຈ້ ມັນເຫນັງນີ້ວດຽວ ແລ້ວມັນກໍ່ຮ້ອງ ກູຈັງແມ່ນມ່ວນເດ້ (ມັນໄດ້ເມຍແລ້ວ ມັນກໍ່ຍັງບ້າເນາະ) ແຣັບແບບຫວຽດໆຂອງທ້າວກອນ ຮ່າຮ່າຮ່າ ບໍ່ມີໃຜລອກມັນໄດ້ດອກ ຮິບຮອບຂອງທ້າວຕຸ້ຍນຸ້ຍ ມັນເຕັ້ນແບບລື່ມຫຸ່ນມັນເລີຍ ລະກໍ່ມີທ່າເຕັ້ນຢົ້ວສະຫວາດຂອງສາວໆ 6/2 ອີກ ຮ່າຮ່າຮ່າ

ນາງເປັດລາວໃສ່ ສຸດລິດສຸດເດດ ຢາກໃຫ້ເຫັນພາບ ມັນເຕັ້ນໂຊເອິກນ້ອຍໆຂອງມັນ ເພາະທ້າວໂຈ້ລາວເອົາເງິນອອກມາໂຊ ມັນວ່າໃຜເຕັ້ນໄດ້ໃຈມັນ ມັນຊິເອົາເງິນໃຫ້ ໂຮ້ ຫນ້າເງິນຄືພວກເຮົາກໍ່ໄດ້ໃຈລະບໍ້ ເຕັ້ນກັນແບບບໍ່ຄິດຊີວິດ ນາງຕ້າເຕັ້ນຢ່າງສຸດມັນ ບໍ່ອີ່ຕົນແຟນນາງທີ່ນັ່ງຂ້າງໆເລີຍເນາະ ສະຫລຸບ ເງິນໃບ 500 ກີບຂອງທ້າວໂຈ້ ເຮັດໃຫ້ຄົນປ່ອຍສັນດານດິບອອກມາໄດ້ 500 ກີບກະເອົານະ


ໃນວັນນັ້ນ ກໍ່ໄດ້ຍິນຂ່າວດີອີກ 2ເລື້ອງ ຄື ຈອນ ເມຍຂອງທ້າວນຸກ ຕັ້ງທ້ອງໄດ້ 2 ເດືອນແລ້ວ ແລະເລື້ອງທີ່ 2 ແມ່ນ ນ້ອຍ ເມຍຂອງທ້າວໂຈ້ ກໍ່ຕັ້ງທ້ອງໄດ້ 2ເດືອນເຊັ່ນກັນ (ພວກນີ້ ມັນນັດກັນແມ່ນບໍ່ນິ) ຈັງແມ່ນເປັນຂ່າວດີ ສຳຫລັບພວກທີ່ຄັນໄມ້ຄັນມື ຢາກຫລິ້ນໄພ້ຫລາຍ ຮ່າຮ່າຮ່າ ທ້າວໂຈ້ລາວຂະລຳເບຍ ຍ້ອນເລື້ອງນີ້ລະ ສົມພໍ ຊ່ວງນີ້ ທ້າວໂຈ້ຂັງເມຍໄວ້ແຕ່ໃນບ້ານ ບໍ່ໃຫ້ອອກໄປພົບເດືອນພົບດາວ ຈັງແມ່ນເພິ່ນຫ່ວງເມຍ

ຂໍໃຫ້ບັນດິດໃຫມ່ທຸກຄົນ ຫາວຽກທີ່ຖືກໃຈໄດ້ໄວໄວເດີ້ ແລະພວກທີ່ໄປຮຽນຕໍ່ກໍ່ຂໍໃຫ້ ປະສົບຜົນສຳເລັດ ກັບມາເຊັ່ນກັນ (ຮູ້ມາ ກໍ່ມີແຕ່ ຂ້ອຍ ກັບນາງສັນຍາ ນິລະ ທີ່ໄດ້ໄປຕໍ່ປະລິນຍາໂທ ສະເຫນີໂຕເອງເກັ່່ງຂະຫນາດ ຮ່າຮ່າຮ່າ)

ໃຜມີຫນ້າໃນງານ
ຜູ້ສາວ: ນະນ່າ, ສັນຍາ, ປານ້ອຍ, ເປັດ, ປາເປົ້າ, ຈອນ(ເມຍນຸກ), ຕ້າ
ຜູ້ບ່າວ: ໂຈ້, ນຸຸກ, ເຕ້ຍ, ກອນ, ສິດ, ຫ້ວງ, ສຸດ, ເປ່ເລ້, ສຸກ, ອາເລັກ
ເຈົ້າພາບ: ຕາວັນ
ລວມ: 18 ຄົນ ບວກກັບຫມູ່ຕໍ່ຫມູ່ອີກຫລາຍຄົນ

ອັບເດດ: ຂໍແກ້ຂ່າວໜ້ອຍໜຶ່ງ ທ້າວໂຈ້ລາວບໍ່ກິນເບຍ ບໍ່ແມ່ນຍ້ອນລາວຂະລຳຫຍັງດອກ ລາວເຊື່ອງຄວາມຈິງເອົາໄວ້ ທີ່ຈິງແມ່ນລາວເປັນ ລິດຊີ້ (ລິດສີດວງ) ເອົາເລື້ອງຂະລຳຈັງຊັ້ນຈັງຊີ້ ມາບັງຫນ້າ

2 comments:

Noy Souvannavong said...

really wanted to be there with all of you, wanna share the joys, happiness and laugher ^^.. dee jai num Jo and Nouk der.. Now, you guys have to be ready to be a real father..be prepared!
Noy

Pao said...

Thanks Noy for correcting my human language. Anyways, hope you visit the blog forever.