14/09/2008 ວັນເກີດ ນາງປານ້ອຍນັ້ນເອງ ໄປຕາດວັງນອງ

ຫລັງຈາກທີ່ພາກັນ ໄປຕັກບາດຢາດນໍ້າ ເນື່ອງໃນວັນຫໍ່ເຂົ້າສະຫລາກແລ້ວ ກໍ່ນັດຫມາຍກັນມາບ້ານ ຂອງນາງເປັດນ້ອຍ ເຈົ້າເອີ້ຍ ເຂົານັດກັນແຕ່ 8:30 ຕອນເຊົ້າ ຂ້ອຍໄປຮອດບ້ານນາງເປັດຕອນ 10:00 ຍັງມິດ ອິມຊິມໃສ່ຢຸ ໂມງລາວກະຍັງວ່າ ບາດໄປແທ້ໆ ແມ່ນຕອນ 11:30 (ຈັກວ່າ ຊິນັດກັນເຮັດຫຍັງ ຕອນ 8:30 ຫັ້ນນະ) ນາງເປັດນ້ອຍ ເພິ່ນກໍ່ເຮັດອາຫານອັນແຊບຊ້ອຍ ເນື້ອອົບ. ທ້າວໂຈ້ ກໍ່ຖືກເຂົາດ່າ ຈົນຜູ້ເວົ້າເມື່ອຍ ມັນຈິ່ງມາຮອດ (ຕ້ອງໃຫ້ໄດ້ດ່າກ່ອນເນາະ)

ທໍາອິດ ທ້າວໂຈ້ ບອກວ່າ ລາວຈະເອົາລົດ ຮຸນໄດໄປ ບາດເພິ່ນມາຮອດບ້ານນາງເປັດ ເພິ່ນຊໍ້າພັດເອົາລົດ ບໍ່ມີປ້າຍມາ (ມັນຊື້ລົດໃຫມ່) ເວົ້າແນວບໍ່ເວົ້າ ພວກເດັກ 62 ກໍ່ເລີຍພາກັນຄ່າວຽກຫມົດ ໄດ້ຍິນວ່າ ຊິຂີ່ລົດຮຸນໄດ ລະພາກັນ ຫາເລື້ອງບໍ່ໄປ ຈັງແມ່ນພວກນີ້ເນາະວັນນີ້ ຈັງແມ່ນຄົນຫລາຍ ເຫັນທາງເຂົ້າຕາດວັງນອງ ລະອີ່ຕົນລົດຄັນງາມໆຂອງທ້າວໂຈ້ ມັນກໍ່ເລີຍລ້ຽວ ລົດກັບ ໂດຍບໍ່ປຶກສາຫາລື ພວກທີ່ນັ່ງທາງຫລັງກະບະ, ໂອ້ຍ ນາງເປັດ ກັບນາງນະນ່າ ກໍ່ເຮັດຫນ້າງໍລະບໍ້, ນາງນະນ່າ ລະອຸສາແຕ່ງໂຕ 3 ຊົ່ວໂມງ ເພື່ອຈະໄປຊອກເຫຍື່ອຢູ່ຕາດ, ບາດແລ້ວ ຊິວິດມາຈົບຢູ່ທີ່ບ້ານ ທ້າວໂຈ້


ທ້າວອາເລັກເພີ່ນງຸດງິດຈັດ ເວົ້າຫຍັງຫນ້ອຍຫນຶ່ງກະວ່າ ງຸດງິດ ມັນອຸສາຕຽມໃຈຈະໄປຫລິ້ນນໍ້າ. ບາດແລ້ວ ລະມານັ່ງກິນເຂົ້າຢູ່ສາລາຫນ້າບ້ານທ້າວໂຈ້ ທໍາອິດວ່າຊິພາກັນເຮັດພັນປາ, ບ້ານທ້າວໂຈ້ມີຫນອງປາ, ໂອ້ຍ ມີແຕ່ພວກວານແຫ ເກັ່ງລະບໍ້ຫັ້ນ ເກັ່ງແຕ່ທິດສະດີຫັ້ນນະ ບາດໃຫ້ຈັບແຫແທ້ໆ ລະເຮັດເປັນ ໂອ້ຍມື້ວານນອນບໍ່ອີມ ບໍ່ມີແຮງ ບາງຄົນກໍ່ວ່າ ໂອ້ຍ ຖ້າຂ້ອຍມີກ້າມແຂນ ຂ້ອຍເຮັດແລ້ວ. ສະຫລຸບ 30 ນາທີ ຜ່ານໄປ ປາໂຕຫນຶ່ງກະຍັງບໍ່ໄດ້, ທ້າວໂຈ້ (ເຊິ່ງເພີ່ນວ່າ ເພິ່ນເປັນຄົນມີຄວາມຮູ້ສູງ) ຍ່າງອອກໄປໂວຍກະເຈົ້າວິທີການວານແຫ ຮ້ວຍ ລາວກະບອກພວກນັ້ນວ່າ ໃຫ້ຈັບສີ່ຟາກລະກະວາງລົງ ລະກະແລ້ວ (ເອີ ມັນສະຫລາດໃດ໋ເນາະ) ມີແຕ່ປາໂຕນ້ອຍ ທີ່ຈັບຂື້ນມາ ປາໂຕໃຫຍ່ມີໂຕດຽວ ອາເລັກລະບອກວ່າ ຢ່າລະ ບໍ່ກິນລະ ອີ່ຕົນມັນ ນາງເປັດເພີ່ນກໍ່ຂໍຖ່າຍຮູບນຳປາຫນ້ອຍຫນຶ່ງ ແລ້ວມັນກໍ່ໂຍນປາລົງນ້ຳຄືນ ເຮັດເປັນອີ່ຕົນມັນ ບາດມັນສຸກລະ ກິນເອົາກິນເອົາ, ວັນນັ້ນ ກໍ່ເລີຍບໍ່ໄດ້ກິນພັນປາຊໍ້າ


ກິນເຂົ້າສວາຍກັນແລ້ວ ທ້າວຫລ້າ ແຟນນາງເປັດ ກໍ່ມາຮ່ວມວົງນໍາ ແລ້ວກໍ່ຊວນກັນໄປຕາດວັງນອງອີກ ໃຈຂື້ນຢາກໄປອີກແລ້ວ. 3:30 ກໍ່ອອກເດີນທາງ, ຕອນຂີ່ລົດເຂົ້າໄປ ແມ່ນພໍດີ ກະເຈົ້າຂີ່ລົດອອກມາ ພວກນັ່ງທາງຫລັງກໍ່ຮ້ອງໂຮໃສ່ກະເຈົ້າ. ກະເຈົ້າຈົນເມື່ອຍຫລິ້ນ ໄອ້ເຮົາຫາກໍ່ໄປ



ຮອດຕາດວັງນອງ ຄົນກໍ່ຍັງຫລາຍຢູ່ ແຕ່ກໍ່ຕ້ອງໄປໃຫ້ໄດ້, ທຳອິດກໍ່ພາກັນຫລິ້ນໄພ້່ກ່ອນ, ທ້າວໂຈ້ ລາວເປັນແມ່, ຕູດລະເບາະ ສ່ວນນາງເປັດ ແລະທ້າວຫລ້າ ກໍ່ພາກັນຫລັບເປັນຕາຍ (ຈັກວ່າ ພວກເຂົາເມື່ອຍມາແຕ່ໃສ) ປະມານ 5 ໂມງ ກໍ່ພາກັນແລ່ນລົງນ້ຳ



ມັນຈະມີເຄືອໄມ້ ເອົາໄວ້ໂຫນ ນາງສັນຍາ ກົ້ນຂີ້ທັ່ງ, ຂາຂອງຂ້ອຍລົ້ມຖືກກ້ອນຫີນ, ກໍ່ຍ້ອນເຄືອໄມ້ຫັ້ນລະ. ຢູ່ໄປດົນໆ ຄົນລະຫາຍຈົນຊິຫມົດ ອ້າວ ໂລກຂອງເຮົາລະບໍ້




















ອວຍພອນວັນເກີດປານ້ອຍ ດ້ວຍການໄປຊື້ເຄັກມາເປົ່າຢູ່ບ້ານນາງເປັດ ແຕ່ກ່ອນຫນ້ານີ້ ແມ່ນພາກັນຊິໄປວຽນທຽນຢູ່ຫລັກ 10 (ບ້ານຂອງທ້າວຫລ້າ ແຟນຂອງນາງເປັດ) ເຂົາຈົນວຽນທຽນແລ້ວລະ ຕອນທີ່ພວກເຮົາໄປຮອດ. ວ່າຈະເຂົ້າໄປຮ້ອງຄາລາໂອເກະ ແຕ່ຮ້ານອາຫານຫຼັກ 4 ກໍ່ບໍ່ເປີດ ເອີ້ ຈັງແມ່ນດີ ສູ ເປົ່າເຄັກລະກະເມື່ອ

ໃຜຮ່ວມງານ:
ຜູ້ບ່າວ: ໂຈ້, ສຸດ, ອາເລັກ, ເປ່ເລ້, ຫລ້າ (ແຟນນາງເປັດນ້ອຍ)
ຜູ້ສາວ: ປານ້ອຍ, ສັນຍາ, ນະນ່າ, ເປັດນ້ອຍ, ປາເປົ້າ, ນ້ອຍ (ເມຍໂຈ້)
ລວມ: 11ຄົນ (ຈັງແມ່ນຄົນຫນ້ອຍ)
1 comments:
hey! jang man pen ta muan nor..
kue wa pai ta lord tae dae..
tao Jo jao bor mee business het bor kue wa pa ka jao pai ta lord, when I'm back, hope u have time eieie..
Post a Comment