25 July 2008

ເຂົ້າພັນສາ ໄປຫລິ້ນ..... ໄດ້ໄປສະເບາະ

17/7/2008
ມີນັດກັນວ່າຊິໄປຫລິ້ນນ້ຳ ໃນມື້ເຂົ້າພັນສາ ທ້າວໂຈ້ຫັ້ນແຫລະ ໂຕຕັ້ງໂຕຕີ ກັບນາງນະນ່າ (ອີ່ກູດ) ນັດກັນໄປແຕ່ງ 9 ໂມງເຊົ້າ ໄອ້ຂ້ອຍນິ ບໍ່ເຊື່ອແນ່ນອນ ນັດຂອງ 6/2 ບໍ່ເຄີຍຕາມນັດ ອັນນີ້ແມ່ນໃຜ ກໍ່ຮູ້ເນາະ ແລ້ວນັດກັນວັນ ພະຫັດອີກ ແມ່ນໃຜຊິຖອດ ສັງຂານໄປນຳໄດ້ ສະຫລຸບ ຄົນທີ່ຕົກລົງວ່າຊິໄປ ມີຫນ້ອຍໆ ໄປໂຮມໂຕກັນຢູ່ບ້ານ ຫົວຫນ້າ 6/2 ຄືເກົ່າຫັ້ນລະ.
ແຕ່ບໍ່ຕ້ອງເສຍໃຈ ສຳຫລັບຄົນທີ່ບໍ່ມີໂອກາດໄດ້ໄປມື້ນັ້ນ ເພາະສຸດທ້າຍກໍ່ບໍ່ໄດ້ໄປ. ຕາຍລະ ນັດມາຫຍັງຫວາ ເສຍອາລົມ ທ້າວໂຈ້ນິກະຈັງແມ່ນໂພດ, ນັດຫມູ່ມາແລ້ວ ຈົນຫມູ່ມາລວມກັນຢູ່ບ້ານທ້າວສຸກ ແລ້ວຈິ່ງມາບອກວ່າ "ສ່ຽວ ເຮົາຂໍໂທດ ເຮົາບໍ່ມີລົດ" ເສຍອາລົມ. ທ້າວວີ່ ເພິ່ນກະບອກວ່າ ຊິໂທຫາກະເຈົ້າກ່ອນ ຊິຖາມເລື້ອງລົດ ເອົາໄປເອົາມາ ຫາຍວັບ ບໍ່ເຫັນໂທ້ກັບ, ມີແຕ່ຄົນຄັກໆເນາະ ໂຊເຟີ ລົດເຮົານິ. ພວກທີ່ຢູ່ບ້ານທ້າວສຸກ ກໍ່ເລີຍໄດ້ແຕ່ນັ່ງຈຶ້ງເບິ່ງຫນ້າກັນ. ອຸສາມາແລ້ວ ບໍ່ໄດ້ໄປຫລິ້ນ ມັນກໍ່ບໍ່ຄືລະ. ເອົາລົດນາງສັນຍາ ໄປຫລິ້ນສວນນ້ຳ. ບໍ່ມີໃຜເຄີຍເຂົ້າຫັ້ນເລີຍ. ເຫັນແຕ່ທາງນອກ ຍັງອາລັງການແລ້ວ ເປັນໂອກາດດີ ກໍ່ເລີຍລອງເຂົ້າໄປເບິ່ງ. ພວກຜູ້ບ່າວເລືອກທີ່ຈະໄປກິນເບຍ ສະນັ້ນ ມີແຕ່ພວກຜູ້ສາວໄປສວນນ້ຳ.

ມັນມີຮ້ານອາຫານຢູ່ນັ້ນນຳ, JOMA. ວິວມັນງາມດີ ກໍ່ເລີຍພາກັນແລ່ນຖ່າຍຮູບ ຈົນສະໃຈ. ພວກບໍ່ເຄີຍມາ ກໍ່ເປັນຈັງຊີ້ລະ.

ກິນເຂົ້າສວາຍຢູ່ຮ້ານ JOMA ແລ້ວກໍ່ກັບບ້ານ. ມີເຂົ້າພັນສາ ເຮັດໄດ້ທໍ່ນີ້ລະ. ຈື່ໄວ້ເດີ້ ທ້າວໂຈ້.

_____________________________________________
ໃຜມີຫນ້າໃນງານ

ຜູ້ບ່າວ: ສຸດ, ນ້ອຍ (ວຽງຄຳ), ເກມ, ສຸກ, ເປ່ເລ້
ຜູ້ສາວ: ສັນຍາ, ລີລາ, ເປົ້າ, ນະນ່າ, ຕາດຳ.
(ຄົນຈັງແມ່ນໜ້ອຍ)
High Quality Photo

22 July 2008

Wanna comment in Lao

If you want to write in Lao, click here to download Layout. (Thanks for punlao.com for giving me a permission to use this layout).
1. Install it.
2. Click start > control panel > Regional and Language Option.
3. Choose Languages tab, and click Details
4. click Add
5. in keyboard layout/IME, choose Punlao keyboard and then OK
6. You will see Punlao Keyboard in a English Keyboard List, then click Ok.
7. You will see a keyboard symbol next to EN in Language bar. You can switch to write in Lao and English there.
Enjoy.

Can't read the blog?

Because this blog is written in Lao, so some people can't read the blog.
Here are the solutions.

I don't have Lao Font
1. Download Saysettha OT by Click Here
2. Save in Desktop
3. Move to C:\WINDOWS\Fonts

Problem in Internet Explorer 7
1. Open Internet Explorer 7
2. Tools -> Internet Options in Menu bar above
3. Then Internet Options box appears, click on the Fonts button below
4. Fonts box appears, in the Language Script, choose Lao
5. In Webpage Font, choose Saysettha OT then click OK. Enjoy the blog

Problem in Firefox 2
1. Open Firefox 2
2. Tools -> Options in Menu bar above
3. Options box appears, Click Contents tab
4. Fonts and Color, choose Saysettha OT in Default font box list
5. Click Advanced
6. Fonts box appear, choose Other Languages in Fonts for
7. In Proportional, choose Serif
8. In Serif, San-Serif, and Monospace, choose Saysetha OT
9. Un-check Allow pages to choose their own fonts, instead of my selections above
10. In Fonts for, choose Thai
11. Proportional box, choose Serif
12 Serif box, San-Serif box, and Monospace box, choose Tahoma
13. Click OK -> OK then enjoy it.