25 August 2008

Happy Birthday Noy Saysomneuk

ສຸກສັນວັນເກີດ ຄົບຮອບ 22 ປີ
ມາອວຍພອນ ຫົວຫນ້າຫ້ອງ 5/2 ຂອງພວກເຮົາ

ນ້ອຍເອີ້ຍ ພວກເຮົາຄິດຮອດນ້ອຍ ຕະຫລອດເວລາ
ໂດຍສະເພາະຕອນໄປຫລິ້ນ
ຮ່າຮ່າຮ່າ ເພາະວ່າບໍ່ມີລົດ ແລະບໍ່ມີກ້ອງຖ່າຍຮູບຄຸນນະພາບດີ
(ຄິດຮອດນ້ອຍ ແຕ່ຕອນແນວນີ້ລະ)
ຂໍອວຍພອນໃຫ້ນ້ອຍ ປະສົບຜົນສຳເລັດນຳການຮຽນ
ໃຫ້ໄດ້ໃບປະກາດແດງພຸ້ນເດີ້
ຊິຖ້າສະຫລອງນຳນ້ອຍ
ຂໍໃຫ້ນ້ອຍ ມີສຸຂະພາບແຂງແຮງ
ຂໍໃຫ້ມີເງິນຫລາຍໆ ແລ້ວບິນມາລາວ ເພື່ອຈະໄດ້ໄປຫລິ້ນນຳກັນ
ຂໍໃຫ້ນ້ອຍ ກິນເຂົ້າແຊບ ນອນຫລັບ ຢູ່ເຢັນເປັນສຸກ
ແລະໂຊກດີກັບຄວາມຮັກເດີ້

22 August 2008

Graduation Ceremony Invitation

ແຈ້ງຂ່າວໃຫ້ທຸກຄົນໄດ້ຊາບວ່າ ມີຄົນຈຳນວນຫນຶ່ງ ທີ່ຈະຈົບການສຶກສາ ຈາກມະຫາວິທະຍາໄລ ແຫ່ງຊາດ ດົງໂດກ ຂໍໃຫ້ທ່ານທີ່ຄິດວ່າ ຍັງມີຄົນຖືວ່າຕົນເອງເປັນຫມູ່ ໄປມອບດອກໄມ້ໃຫ້ກັບ ພວກທີ່ຈະອອກມາເຕະຟຸ່ນນີ້ດ້ວຍ
ໃນວັນທີ 28/8/2008 ກົງກັບວັນພະຫັດ ຈັກວ່າຂື້ນ ວ່າແຮມເດືອນໃດຂອງ ປະຕິທິນລາວ ບໍ່ຮູ້ (ເອີ ຢ່າມັນ) ເວລາແມ່ນແຕ່ 7:00 ຈົນຮອດ 12:00

ລາຍຊື່ ນັກສຶກສາທີ່ຈົບຈາກມະຫາວິທະຍາໄລ ດົງໂດກແມ່ນມີດັ່ງນີ້:
1. ປາເປົ້າ - ວິສະວະກຳກໍ່ສ້າງ (ໃຫ້ຂ້ອຍຂື້ນຊື່ໂຕເອງກ່ອນສະ, ຢາກໄດ້ດອກໄມ້)
2. ສັນຍາ - ກົດຫມາຍ (ຈັກວ່າ ນິຕິ ຫລື ລັດຕະສາດ ບໍ່ຮູ້)
3. ເຕ້ຍ - ກົດຫມາຍ
4. ສຸດ - ກົດຫມາຍ
5. ຕ້າ - ເສດຖະສາດ (ບໍ່ຮູ້ເດີ້ວ່າ ຄຸ້ມຄອງ ຫລືບໍລິຫານ)
6. ຕາວັນ - ເສດຖະສາດ
7. ນຸກ - ເສດຖະສາດ
8. ສິດ - ເສດຖະສາດ
9. ເບ້ - ກະເສດສາດ (ລາວຮຽນ 5 ຫລື 6 ປີ? ບອກຂ້ອຍແນ່ ຂ້ອຍບໍ່ຮູ້)
10. ຕູ່ນີ່ - ກະເສດສາດ
11. ຫວ້ງ - ເອເລັກໂຕນິກ
12. ສວດ (ຕະຕ່າ) ຂໍໂທດນຳທີ່ຂ້ອຍບໍ່ຮຼ້ວ່າລາວຈົບຫຍັງ ແຕ່ມື້ໄປສ້ອມຍ່າງ ຂ້ອຍເຫັນລາວ, ໃຜຮູ້ບອກແນ່

ຈົບຈາກ ມຈ (ຫລື ມະຫາວິທະຍາໄລ ຈຳປາສັກ) ແມ່ນ ນາງ ບີ່ ວິໄລວັນ (ຈັງແມ່ນເພິ່ນໄປຮຽນຜູ້ດຽວ)

ນອກຈາກນີ້ແລ້ວ ຫມູ່ 6/2 ຂອງພວກເຮົາທີ່ເສືອກໄປຮຽນ ຕ່າງປະເທດ (ຮຽນຢູ່ລາວ ກະຍັງຊິບໍ່ລອດແລ້ວ)ຈົບໃນປີນີ້ເຊັ່ນກັນ ມີລາຍຊື່ດັ່ງນີ້:
1. ຕາດຳ (ຈົບຫຍັງກະບໍ່ຮູ້ ລື່ມຖາມ)
2. ...(ຈື່ແຕ່ຄົນດຽວ)

ມັນຕ້ອງມີຫລາຍກວ່ານີ້ ແນ່ນອນ ແຕ່ຕ້ອງເຂົ້າໃຈວ່າ ສະຫມອງຂອງຜູ້ຂຽນຈື່ຫຍັງຫລາຍບໍ່ໄດ້ ຜິດພາດປະການໃດ ຂໍໃຫ້ບອກຂ້ານ້ອຍດ້ວຍ.

21 August 2008

Pet's Birthday Party 2007

2/12/2007
ວັນເກີດຂອງເປັດ ເຊິ່ງເປັນວັນຊາດລາວ. ປະຊາຊົນ 62 ບາງຈຳນວນພາກັນໄປເຕົ້າໂຮມກັນ ຢູ່ບ້ານນາງ. ນາງເປັດໄດ້ໃຫ້ ອາຫານການກິນ ອັນແຊບນົວ. ນາງອັນນີ້ ເພິ່ນເຮັດກິນເກັ່ງຢູ່ແລ້ວ. ໂອ້ຍ ຖ້າບໍ່ມີ ນາງເປັດນ້ອຍ ພໍດີ ບັກຕຸ້ຍນຸ່ຍ ຈ່ອຍແນ່ນອນ ເຫັນຫນ້າມັນ ທຸກງານ, ໂດຍສະເພາະແມ່ນງານກິນ. ຈັງແມ່ນເວົ້າບາບມັນ ຮ່າຮ່າຮ່າ.
ນາງເປັດມັນກຽມສຸກີ້ ແລະອີ່ຫຍັງອີກບຸ ຫລາຍຢ່າງ ຮູ້ແຕ່ວ່າ ໝໍ້ກະຈົນຊິບໍ່ເຫລືອ.
ຫລັງຈາກກິນອີ່ມຫນຳສຳລານ ກໍ່ໄດ້ເວລາເປົ່າເຄັກ ຊາດນີ້ຊົງຊິເປົ່າເຄັກບໍ່ແລ້ວຈັກເທື່ອ ຮ່າຮ່າຮ່າ ອີ່ຕົນແຕ່ນາງເປັດ ຈັກວ່າມືຜູ້ໃດແນ່ ປິດປາກຂອງນາງ ໂດຍສະເພາະແມ່ນທ້າວໂຈ້ ມັນກັນບໍ່ໃຫ້ນາງເປັດເປົ່າ ຮ້ອງເພງວັນເກີດກັນ ຈົນຂື້ຄານຮ້ອງ ບໍ່ໄດ້ເປົ່າຈັກເທື່ອ
ເປົ່າເຄັກແລ້ວ ນາງເປັດເພິ່ນກໍ່ຈັດການ ຍ່າງອ້ອມໂຕະໄປປ້ອນເຄັກໃຫ້ຄົນນັ້ນ ຄົນນີ້. ມ້ວນ ມ່ວນ ຫົວຈົນຊິໃສ້ຂາດ ຂໍໃຫ້ເບິ່ງເອົາ ອະທິບາຍຍາກ. ທ້າວສຸດໂວຍ ເພາະຢາກໄດ້ເຄັກຫມົດກ້ອນ, ທ້າວຕາວັນລາວ ຫົວສະໃຈກ່ອນຫມູ່ ຮ້ອງແຕ່ ນັກຂ່າວ ນັກຂ່າວ ເພື່ອຢາກໃຫ້ຖ່າຍຮູບເພິ່ນ, ທ້າວເກມຮ້ອງ ຂໍປ່ຽນບ່ວງ, ທ້າວນຸກເຈັບຍ່ຽບກະທັນຫັນ, ທ້າວໂຈ້ເຈັບທ້ອງທັນທີ, ຫນວດທ້າວໂຈ້ ເຖືອເອົາກະຫນົມເຄັກ, ນາງນະນ່າບອກວ່າ ບໍ່ກິນບ່ອນຫນວດມັນເຖືອ, ນາງເປັດຖືກເວົ້າໃຫ້ວ່າ ແຂ້ວນ້ຳນົມລູກນາງຊົງຊິເດັນອອກ ເພາະນາງຫລິ້ນງັດບ່ວງ ແລະອື່ນໆອີກ ຮ່າຮ່າຮ່າ ເວົ້າບໍ່ຫມົດດອກ.

ເມື່ອແລກປ່ຽນຂີ້ປາກກັນໝົດແລ້ວ ກໍ່ມີຄົນສະເໜີຂື້ນວ່າ ຄວນຈະເກັບເງິນໃຫ້ອີ່ນາງ ນານາໃດ໋ ເງິນເດືອນມັນຫມົດໄປ ກັບການຂື້ນມາວຽງຈັນໝົດ. ມັນຊົງຊິຮັກຫມູ່ຮັກຄູ່ຫລາຍ. ນ້ອຍ (ຕອນນີ້ເປັນເມຍຂອງໂຈ້ແລ້ວ) ຍ່າງເກັບເງິນກັບຫມູ່ເພື່ອນ ຫລັງຈາກເກັບເງິນແລ້ວ ກໍ່ມີພິທີມອບເງິນໃຫ້ກັບນາງນານາ ຖ່າຍໄວ້ເປັນຫລັກຖານແລ້ວອີ່ພວກທີ່ມັນກິນຂ້າງໆ ເກີດຢາກເຮັດນຳ, ມັນບອກຊ່າງຖ່າຍຮູບ ໃຫ້ມາຖ່າຍເອົາພວກມັນແນ່. ທຸກຄົນເລີ່ມອືດທ້ອງແລ້ວ ເພາະຍັດອາຫານເຂົ້າໄປຫລາຍໂພດ ແຕ່ຫລຽວໄປສົ້ນໂຕະ ເຫັນທ້າວສິດ ມັນຕັ້ງຕົ້ນກິນໃຫມ່ ມັນຍັງຍັດເຂົ້າໄປໄດ້ອີກຫວານິ. ຢູ່ຊື່ຊື່ມັນເວົ້າວ່າ "ສ່ຽວ, ໂຕມີເງິນກັບບ້ານແລ້ວ ແຕ່ເຮົາບໍ່ມີເງິນກິນເຂົ້າມື້ອື່ນ ເຮົາຊິກິນເຂົ້າເພື່ອໄວ້ 3 ມື້ໂລດ" ແລ້ວມັນກໍ່ຕັ້ງຫນ້າຕັ້ງຕາກິນຕໍ່ໄປ. ຮ່າຮ່າຮ່າ ໂອ້ຍທ້າວສິດເອີ້ຍ. ອີ່ຕົນມັນເດ້ ຮ່າຮ່າຮ່າ.
ແລະມື້ນັ້ນ ທ້າວໂຈ້ ແລະທ້າວນຸກ ກໍ່ເອົາບັນເຊີນແຕ່ງດອງ ຂອງພວກກະເຈົ້າມາໃຫ້, ຊ່ອງເສຍເງິນ ບໍ່ຢາກໄດ້ເລີຍ.

ໃນວັນນັ້ນ ກໍ່ເປັນວັນແຫ່ງຄວາມຊົງຈຳຂອງທຸກຄົນທີ່ລວມໃນງານ ໃນເທື່ອຫນ້າຈະພະຍາຍາມ ເອົາເລື້ອງທີ່ເປັນຄວາມຊົງຈຳດີດີ ມາຂຽນອີກເດີ້ ລະເຂົ້າມາຢ້ຽມຢາມກັນແນ່ ທຸກຄົນ.
ການຢາດຊິງຂອງທ້າວເກມ ແລະທ້າວສຸດ ມັນບໍ່ປ່ອຍງ່າຍໆໃດ໋ຫັ້ນ ໄຂ່ຫນ່ວຍດຽວກະຍາດກັນ

______________________

ໃຜຮ່ວມງານ:

ຜູ້ບ່າວ: ໂຈ້, ສິດ, ສຸດ, ເຕ້ຍ, ນຸກ, ເກມ, ສຸກ, ຕາວັນ, ແລະ ເປ່ເລ້ (9 ຄົນ)

ຜູ້ສາວ: ນະນ່າ, ເປົ້າ, ຕ້າ, ນ້ອຍ (ເມຍໂຈ້), ຈອນ (ເມຍນຸກ) (5 ຄົນ)

ແລະອີກຄົນອື່ນໆ

ເຈົ້າຂອງງານ: ນາງເປັດ

Happy Birthday Chanthaphone

ຄົບຮອບອາຍຸ 22 ປີແລ້ວເນາະ ທ້າວເລ້



ຄົງມີຫລາຍຄົນທີ່ບໍ່ໄດ້ ເຫັນຫນ້າເຫັນ ຫນວດລາວດົນ
ຂ້ອຍເຫັນລາວປີກ່າຍພຸ້ນນະ
ຈັງໃດກໍ່ຂໍອວຍໄຊໃຫ້ພອນ
ຈົ່ງມີສຸຂະພາບ ແຂງແຮງ
ຫວັງສິ່ງໃດ ກໍ່ຂໍໃຫ້ໄດ້ສິ່ງນັ້ນ
ຮຽນກໍ່ໃຫ້ຈົບໄວໆ ມາຮັບໃຊ້ປະເທດຊາດຮ່ວມກັນ
ຈະເລີນພອນເດີ້

ມີເວລາກໍ່ຕິດຕໍ່ກັນແນ່ເດີ້

14 August 2008

Happy Birthday Yodsamay

ອວຍພອນວັນເກີດໃຫ້ຍອດສະໄຫມນຳກັນເດີ້

Happy Birthday Comment

ຄົບຮອບ 23 ປີແລ້ວ
ຍອດສະໄຫມ ເຖົ້າລົງອີກ 1ປີແລ້ວ ຮ່າຮ່າຮ່າ
ຂໍໃຫ້ເຈົ້າຈົ່ງມີສຸຂະພາບແຂງແຮງ
ໂຊກດີນຳຄວາມຮັກ ແລະການຮຽນ
ຂໍໃຫ້ເຈົ້າຈົບແລ້ວໄດ້ງານດີໆ
ມີເງິນມີຄຳຫລາຍໆ ລວຍໆ ເປັນມະຫາເສດຖີພຸ້ນເດີ້
ສາທຸ

12 August 2008

62 e-mail List

ເຖິງແມ່ນວ່າ ຈະມີບາງຄົນທີ່ ຫຶກຫນາ ບໍ່ຮູ້ຈັກຄຳວ່າ ອິນເຕີເນັດ ຈັກວ່າຊາດນີ້ເຄີຍຈັບຄອມບໍ່ບຸ ແຕ່ຍັງມີກຸ່ມ ຄົນຈຳນວນ ຫນຶ່ງ ທີ່ສະຫລາດ ນິດນຶ່ງ ພໍທີ່ຈະສົ່ງເມລເປັນແນ່ ແລະມີລາຍຊື່ດັ່ງນີ້ ແມ່ນໃຜທີ່ບໍ່ມີ ເມລຢູ່ນີ້ ຖ້າບໍ່ຢາກຖືກຈັດກຸ່ມໃນພວກ ທຳອິດ ກໍ່ໄປຕັ້ງເມລ ແລ້ວ ສົ່ງບອກຂ້ອຍແນ່ ຂອບໃຈນຳ

Addy- pkv_dj@hotmail.com
Alex - sayya_ah@hotmail.com
Aul - meimei_love@hotmail.com
Bee - beebee_123456@hotmail.com (Pakse)
Feuang - Feuang_phuong@yahoo.com
Game - xsp_phoenix@hotmail.com
Heng - pp_panoy@hotmail.com
Huang - lah501_yoyo@hotmail.com
Joy - vina_joy@hotmail.com
Lila - markark74@hotmail.com
Luan - odet_69@hotmail.com
Nana - nana_kawaii2002@hotmail.com
Nouk - nouk_555@hotmail.com
Noy Saysomneuk - say_noy@hotmail.com
Noy Viengkham - noy_cd_shop@hotmail.com
Papao - pao_genie@hotmail.com
Sanya - realilistic_girl@hotmail.com
Sommala - larlar414@yahoo.com
Tadam - xaythong_ftu@yahoo.com
Tawan - ai_alltime@hotmail.com
To - tinhyeubobien_84@yahoo.com
Tong - tongtong_pv86@hotmail.com
Vy - vy_4294@hotmail.com
Yod Yodsamai -boy_zon042003@hotmail.com

ຖ້າໃຜບໍ່ມີ ລະບອກຂ້ອຍ ຖ້າຂ້ອຍຂຽນເມລ ໃຜຜິດກໍ່ບອກຂ້ອຍເດີ້

ມັດແຂນສັນຍາ 10-08-2008

ຫມູ່ເພື່ອນພາກັນເຕົ້າໂຮມກັນ ຢູ່ບ້ານນາງສັນຍາ ສ່ວນຫລາຍແມ່ນມາຊ້າ (ບອກແລ້ວ ພວກນີ້ ໂມງລາວ) ນາງສັນຍາບໍ່ໄດ້ຢູ່ໄດ້ເຊົາ ນາງຍ່າງເວີນອ້ອມໂຕະນັ້ນ ໂດດໄປໂຕະນີ້ ຕ້ອງເຂົ້າໃຈ ສັນຍາເພິ່ນມີຫມູ່ຫລາຍ ຂ້ອຍລະຄິດດີໃຈ ເອີ້.. ໃຫ້ມັນໄປໄກໆ ລະຍິ່ງດີ ຈຶ່ງບໍ່ຕ້ອງເສຍເງິນ ມັດແຂນໃຫ້ມັນ ກິນເຂົ້າແລ້່ວເຮົາກະໂດດເມືອ ໂລດ ເຮັດເປັນຟ້າວໄປນັ້ນໄປນີ້ ລະກະແລ້ວ ຮ່າຮ່າຮ່າ ງົກໂວ້ຍ...
ແຕ່ມັນກະຍັງໄປເອົາຟ້າຍຜູກແຂນ ພ່ວງບັກໃຫຍ່ມາວາງໄວ້ຫນ້າໂຕະ ຈັງແມ່ນມັນເນາະ ຢ້ານແຕ່ຫມູ່ຫນີປະ ຂ້ອຍກໍ່ເລີຍຖ່າຍຮູບໄວ້ ເປັນຫລັກຖານ ສຳຫລັບພວກບໍ່ມີຮູບຖ່າຍຕອນ ມັດແຂນກັບສັນຍາ ຂໍບອກວ່າ ສົມນ້ຳຫນ້າ ກ້ອງຖ່າຍຮູບຂ້ອຍ ເສືອກວ່າຖ່ານຫມົດ. ຂ້ອຍກະຍັງບໍ່ໄດ້ຖ່າຍນໍາມັນ ບາດນີ້ແລ້ວ ນາງສັນຍານະ ບໍ່ມີຮູບຂ້ອຍ ຮື.. ຮື.. (ສ່ວນຫລາຍ ງານຕ່າງໆ ກະບໍ່ຄ່ອຍເຫັນຂ້ອຍຢູ່ແລ້ວ ຂ້ອຍເປັນຄົນຖື ກ້ອງ ພວກມັນບໍ່ຍອມຖື ກ້ອງຢ້ານບໍ່ເຫັນໂຕເອງໃນຮູບ ວ່າຊັ້ນ)
ບໍ່ພໍເທົ່າໃດ ທ້າວໂຈ້ ອາເລັກ ແລະ ກອນກໍ່ມາ ຕອນບ່າຍ ພີ້ນ່າ. ພວກມັນຄ່າວຽກກະຊວງ ມາຊ້າຕະຫລອດ.
ທຸກຄົນທີ່ຢູ່ໃນງານ ບໍ່ວ່າຈະເປັນ ຫມູ່ 6/2 ຫລື ຫມູ່ເພື່ອນຈາກວິທະຍາໄລວຽງຈັນ ແລະ ລຸ້ນນ້ອງຂອງນາງ ພາກັນຂຽນ ປື້ມອວຍພອນ ໃຫ້ກັບນາງສັນຍາ. ດ້ວຍຄວາມສະຫລາດ ແລະສະຫມອງໃສ ບວກກັບ ເປັນຄົນທີ່ມີຫົວສ້າງສັນໃນໂຕ (ຂໍຍ້ອງໂຕເອງແດ່ ມັນບໍ່ມີໃຜຍ້ອງ) ຈິ່ງມີຄວາມຄິດຢາກກ່າວລາ ນາງສັນຍາ ໂດຍການຂຽນມັນລົງໃສ່ໃນປື້ມ ເຫລັ້ມນ້ອຍ ເພື່ອໃຫ້ນາງ ໄດ້ມີກຳລັງໃຈຮຽນຕໍ່ ເມື່ອເວລາຄິດຮອດຫມູ່ ກໍ່ຈັບປື້ມອອກມາອ່ານໄດ້ ເວົ້າງ່າຍໆ ນາງສັນຍາ ເປັນຄົນຂີ້ລື່ມ ອວຍພອນມັນດຽວມັນກໍ່ລື່ມ ກໍ່ເລີຍຕ້ອງໄດ້ ຂຽນໃຫ້ມັນເອົາ.
ລີລາ ແລະ ຈ່ອຍ ມາສົມທົບຕອນບ່າຍໃກ້ຊິແລງ. ນາງນະນ່າ ກໍ່ຖາມຈ່ອຍເລື້ອງ ພາສາຈີນຢູ່ຂ້າງໆຂ້ອຍ ມັນວ່າ ມັນລໍ້ຜູ້ບ່າວຈີນ ມາຕິດກັບ ໄດ້ແລ້ວ (ອີ່ຕົນກະເຈົ້າເນາະ). ເສຍໃຈນຳ ທີ່ບໍ່ເຫັນຮູບ ຈ່ອຍ ແລະ ລີລາຢູ່ນີ້ ຖ່ານຫມົດ.


ມີຕອນຫນຶ່ງ ເຫັນທ້າວກອນ ລາວກຳລັງຕັ້ງອົກ ຕັ້ງໃຈຂຽນ ແລ້ວທ້າວສຸດສະຫວາດ ກໍ່ເວົ້າໃຫ້ “ມຶງຊົງຊິບໍ່ມີສະຫມອງເປັນຂອງຕົນເອງເນາະ ຈົນໄດ້ກ່າຍຄຳເວົ້າຄົນອື່ນ ຕາຍແລ້ວ ການສຶກສາບໍ່ຊ່ອຍຫຍັງເລີຍ ຮຽນກະໃກ້ຊິຈົບລະ ຕາຍ ຕາຍ” ລາວເວົ້າປະມານນີ້ລະ ຂ້ອຍກໍ່ບໍ່ຈື່ປານໃດ. ທ້າວໂຈ້ ກໍ່ຖືກເວົ້າໃຫ້ເຊັ່ນກັນ ຫັ້ນແຫລະ ເນາະ ສະຫມອງຂອງເດັກ 6/2 ມັນມີທໍ່ນີ້.

____________________
ໃຜເຂົ້າຮ່ວມງານ

ຜູ້ບ່າວ: ໂຈ້, ຕາວັນ, ກອນ, ສຸດ, ສິດ, ສຸກ, ເກມ, ຫວ້ງ, ເຕ້ຍ, ອາເລັກ, ນຸກ. 11 ຄົນ
ຜູ້ສາວ: ປາເປົ້າ, ປານ້ອຍ, ນະນ່າ, ລີລາ, ຈ່ອຍ, ຕ້າ, ຈອນ (ເມຍນຸກ). 7 ຄົນ
ເຈົ້າຂອງງານ: ສັນຍາ
High Photo Quality: Unavailable

05 August 2008

Most Handsome Votes Result



ບໍ່ຢາກເຊື່ອວ່າ ສາຍຕາຂອງຄົນຢູ່ໃນຫ້ອງດຽວກັນ ຈະຕ່ຳໄດ້ຂະຫນາດນີ້ ມີຄົນຫລໍ່ນຳເຂົາເສີຍເນາະ ຮ່າຮ່າຮ່າ ຈັງໃດກໍ່ຂໍຂອບໃຈ ກັບທຸກຂະແນນໂວດເດີ້

ອັນດັບນ 1 ບໍ່ມີໃຜນອກຈາກ ທ້າວ ອາເລັກ ເດັກລັດເຊຍ ໄດ້ຄະແນນໄປ 5 ຫລືເທ່່ົາກັບ 27%
ອັນດັບ 2 ທ້າວຫວ້ງ (ແມ່ນໃຜເປັນຄົນໂວດໃຫ້ມັນຫວະ) ໄດ້ຄະແນນ 22%
ອັນດັບ 3 ທະວານ ເອີ້ຍ ບໍ່ແມ່ນ ທ້າວຕາວັນ ສຸດຫລໍ່ເຮົາ ໄດ້ຄະແນນ 11% ແພ້ຄະແນນທ້າວຫວ້ງນິດດຽວ

ແລະອີກຄົນຈຳນວນນິ່ງ ຄິດວ່າ ມັນກະຊິມີຄົນຫລໍ່ໃນຫ້ອງ 62 ຢູ່ຫວະ ຮ່າຮ່າຮ່າ ເວົ້າອີກກະຖືກອີກ

ສ່ວນພວກທີ່ບໍ່ມີລາຍຊື່ ບໍ່ຕ້ອງນ້ອຍໃຈ ຂໍໃຫ້ໂທດວາດສະຫນາທີ່ເກີດມາ ບໍ່ໄດ້ຢູ່ໃນຄວາມສົນໃຈຂອງຄົນອື່ນ ຮ່າຮ່າຮ່າ ເກີດໃຫມ່ ລະຈິ່ງວ່າກັນ

(ສົງໃສ....?%?=$ ທ້າວໂຈ້ ມັນມີຄົນໂວດໃຫ້ມັນ ຕັ້ງວ່າ 1 ຄົນ, ຫລົງກົດບໍ່ນໍ້ ຮ່າຮ່າຮ່າ)

ບຸນບ້ານ ນາງສັນຍາ

ພີ່ນ້ອງ 6-2 ເອີ້ຍ...
ຂໍປະກາດວ່າ ວັນອາທິດ ທີ 10 ເດືອນ 8 ບ້ານນາງສັນຍາ ມີງານ ເພາະນ້ອງທັງສອງຂອງລາວ ກໍ່ຈະໄປຕ່າງປະເທດ
ນາງສັນຍາ ກໍ່ຈະມັດແຂນ ມື້ນັ້ນເຊັ່ນກັນ ຢາກໃຫ້ທຸກຄົນໄປຮ່ວມ ມັນບໍ່ຊວນ ກະຢ່າ ຂ້ອຍເປັນຄົນຊວນ ຮ່າຮ່າຮ່າ ນາງສັນຍາ ລາວຊິໄປຮຽນຕໍ່ແລ້ວ ຂໍໃຫ້ທຸກຄົນ ສະຫລະເວລາອັນໄຣ້ຄ່າຂອງຕົນ ໄປຮ່ວມງານ ຂອງນາງ ເພື່ອ ເປັນສິລິມຸງຄຸນ ແກ່ນາງດ້ວຍ.
ຕອນ 10 ເຊົ້າເດີ້ ຖ້າໃຜຢາກກິນເຂົ້າສວາຍ ກະມາຕອນ 12 ໂມງໂລດ
ຂໍຂອບໃຈ