26 September 2008

Happy Birthday Ta

26/9/1986
ຕ້າ ເຈົ້າເຖົ້າຂື້ນອີກແລ້ວໃດ໋ ຄົບຮອບ 22 ປີ

Happy Birthday Comments

ຂໍໃຫ້ຕ້າ ຫາວຽກທີ່ຖືກໃຈໄດ້ໄວໆ
ແລະມີເງິນຫລາຍຫລາຍເດີ້
ຂໍໃຫ້ຄວາມຮັກຂອງເຈົ້າ ຍືນຍົງຄົງກະພັນ
ດັ່ງພູເຂົາທີ່ບໍ່ມີວັນເຄື່ອນຍ້າຍ
ດັ່ງແມ່ນ້ຳທີ່ບໍ່ມີວັນເຫືອດແຫ້ງເນີ້
ແລະກໍ່ຂໍໃຫ້ພວກເຮົາໄດ້ເປັນຫມູ່ກັນຕະຫລອດໄປເດີ້

24 September 2008

Good Bye Sanya

24-09-2008
ສຸດທ້າຍ ວັນທີ່ສັນຍາເດີນທາງໄປຮຽນຕໍ່ ກໍ່ມາເຖິງ, ໝູ່ຜູ້ຍິງ ຢູ່ລາວຍິ່ງໜ້ອຍ, ນ້ອຍກະໄປລະ ຕໍ່ມາສັນຍາ. ຈັງໃດກໍ່ສະແດງ ຄວາມຍິນດີນຳນາງ ມື້ຄືນກ່ອນທີ່ນາງຈະເດີນທາງ ນາງສັນຍາກໍ່ຊວນໄປນອນບ້ານນາງ ກວ່າຊິໄດ້ນອນກະທ່ຽງຄືນ, ຢອກກວນກັນໝົດຄືນ ຈົນຄົນກວນກະເມື່ອຍ.
ຕື່ນແຕ່ 4:30 ຕອນເຊົ້າ ເພາະຈະໄປຊອກຖ່າຍຮູບຄັ້ງສຸດທ້າຍ ກໍ່ເລີຍໄດ້ຮູບແບບທີ່ເຫັນຢູ່ນີ້ລະ, ງາມແມ່ນບໍ່ ຮ່າຮ່າຮ່າ ໄອເດຍຂ້ອຍເອງ. ຫລັງຈາກຖ່າຍຮູບແລ້ວ ກໍ່ພາກັນແຍກຍ້າຍເປັນເຮັດພາລະກິດຂອງຕົນ, ອີ່ຕົນແຕ່ພວກທີ່ ຕ້ອງໄປເຮັດວຽກ ໂດຍສະເພາະແມ່ນນາງປານ້ອຍ ປົກກະຕິ ນາງນອນ 8 ຊົ່ວໂມງ ວັນນັ້ນ ໄດ້ນອນແຕ່ 4 ຊົ່ວໂມງ ຕາຂອງນາງປານຫູໝາເລີຍ (ຕາຕູບ)

3:00 ກໍ່ເປັນເວລາໄປຢຽບສະໜາມບິນ ນາງສັນຍາເພິ່ນເອົາເຄື່ອງໄປຫລາຍໂພດ, ເພິ່ນເອົາໄຫປາແດກໄປນຳ, ຈັງແມ່ນເພິ່ນຄິດຮອດອາຫານລາວເນາະ. ຍົນຈົນຊິຂື້ນ ຕອນເພິ່ນອອກມາຈາກຫ້ອງ ເຊັກອິນ ບໍ່ມີເວລາຮອດຊິກ່າວລາ ຢ່າງເປັນທາງການ, ນາງສັນຍາຫລິ້ນ ກອດໝົດສູ່ຜູ້ສູ່ຄົນ ບໍ່ເວັ້ນຜູ້ບ່າວ (ຍາມນີ້ໃດ໋ເນາະ ແມ່ນຍາມຫາກິນ ຮ່າຮ່າຮ່າ) ໝູ່ຂອງນາງກໍ່ໄປຫຼາຍຄົນ ແລ້ວນາງກໍ່ແລ່ນຂື້ນຂັ້ນໄດ

ເບິ່ງໜ້າທ້າວສຸດ ມັນວ່າ ກູມາຫຍັງວະ ມາຖ່າຍຮູບລະກະກັບ ບໍ່ໄດ້ເວົ້າຫຍັງຊໍ້າ ຮູ້ຊິ ເມື່ອຖ່າຍຮູບຢູ່ບ້ານດອກ ມັນໂວຍ ມັນໂວຍ ຮ່າຮ່າຮ່າ ຈັງໃດກໍ່ຂໍໃຫ້ສັນຍາໂຊກດີເດີ້ ປະສົບຜົນສຳເລັດກັບມາ ໝູ່ຈະລໍຖ້າເດີ້

ຜູ້ໄປງານ
ຜູ້ບ່າວ: ສຸກ, ສຸດ, ຫ້ວງ (3 ຄົນ)
ຜູ້ສາວ: ຕາ, ປານ້ອຍ, ນະນ່າ, ບີ່, ປາເປົ້າ (5 ຄົນ)
ແລະຫມູ່ເພື່ອນທີ່ຮັກແພງ ຄອບຄົວພີ່ນ້ອງ ຄູ່ບາອາຈານຂອງນາງສັນຍາ ຕື່ມອີກ
ເຈົ້າຂອງງານ: ສັນຍາ

Happy Birthday Nouk

24/9/1985
ສົມສະນຸກ ຄົບຮອບອາຍຸ 23 ປີແລ້ວ ມາອວຍພອນລາວນຳກັນ

Happy Birthday Comment

ຂໍໃຫ້ເຈົ້າມີສຸຂະພາບ ແຂງແຮງ
ໄດ້ລູກຫນ້າຮັກຫນ້າຮັກ ຄືເມຍເດີ້
ຖ້າຫນ້າລູກຄືເຈົ້າ ລະຂ້ອຍອຸໃຈ ຮ່າຮ່າ ເວົ້າຫລິ້ນເນີ້
ສຸຂະພາບແຂງແຮງ
ການງານຫມັ້ນຄົງ
ເງິນໄຫລມາເທມາ
ແລະສິ່ງສຳຄັນແມ່ນ ຄອບຄົວ
ຂໍໃຫ້ມີຄວາມສຸກ ສົມຫວັງທຸກປະການເນີ້

17 September 2008

ວັນຫໍ່ເຂົ້າສະຫລາກ

14/09/2008 ວັນເກີດ ນາງປານ້ອຍນັ້ນເອງ ໄປຕາດວັງນອງ
ຫລັງຈາກທີ່ພາກັນ ໄປຕັກບາດຢາດນໍ້າ ເນື່ອງໃນວັນຫໍ່ເຂົ້າສະຫລາກແລ້ວ ກໍ່ນັດຫມາຍກັນມາບ້ານ ຂອງນາງເປັດນ້ອຍ ເຈົ້າເອີ້ຍ ເຂົານັດກັນແຕ່ 8:30 ຕອນເຊົ້າ ຂ້ອຍໄປຮອດບ້ານນາງເປັດຕອນ 10:00 ຍັງມິດ ອິມຊິມໃສ່ຢຸ ໂມງລາວກະຍັງວ່າ ບາດໄປແທ້ໆ ແມ່ນຕອນ 11:30 (ຈັກວ່າ ຊິນັດກັນເຮັດຫຍັງ ຕອນ 8:30 ຫັ້ນນະ) ນາງເປັດນ້ອຍ ເພິ່ນກໍ່ເຮັດອາຫານອັນແຊບຊ້ອຍ ເນື້ອອົບ. ທ້າວໂຈ້ ກໍ່ຖືກເຂົາດ່າ ຈົນຜູ້ເວົ້າເມື່ອຍ ມັນຈິ່ງມາຮອດ (ຕ້ອງໃຫ້ໄດ້ດ່າກ່ອນເນາະ)
ທໍາອິດ ທ້າວໂຈ້ ບອກວ່າ ລາວຈະເອົາລົດ ຮຸນໄດໄປ ບາດເພິ່ນມາຮອດບ້ານນາງເປັດ ເພິ່ນຊໍ້າພັດເອົາລົດ ບໍ່ມີປ້າຍມາ (ມັນຊື້ລົດໃຫມ່) ເວົ້າແນວບໍ່ເວົ້າ ພວກເດັກ 62 ກໍ່ເລີຍພາກັນຄ່າວຽກຫມົດ ໄດ້ຍິນວ່າ ຊິຂີ່ລົດຮຸນໄດ ລະພາກັນ ຫາເລື້ອງບໍ່ໄປ ຈັງແມ່ນພວກນີ້ເນາະວັນນີ້ ຈັງແມ່ນຄົນຫລາຍ ເຫັນທາງເຂົ້າຕາດວັງນອງ ລະອີ່ຕົນລົດຄັນງາມໆຂອງທ້າວໂຈ້ ມັນກໍ່ເລີຍລ້ຽວ ລົດກັບ ໂດຍບໍ່ປຶກສາຫາລື ພວກທີ່ນັ່ງທາງຫລັງກະບະ, ໂອ້ຍ ນາງເປັດ ກັບນາງນະນ່າ ກໍ່ເຮັດຫນ້າງໍລະບໍ້, ນາງນະນ່າ ລະອຸສາແຕ່ງໂຕ 3 ຊົ່ວໂມງ ເພື່ອຈະໄປຊອກເຫຍື່ອຢູ່ຕາດ, ບາດແລ້ວ ຊິວິດມາຈົບຢູ່ທີ່ບ້ານ ທ້າວໂຈ້
ທ້າວອາເລັກເພີ່ນງຸດງິດຈັດ ເວົ້າຫຍັງຫນ້ອຍຫນຶ່ງກະວ່າ ງຸດງິດ ມັນອຸສາຕຽມໃຈຈະໄປຫລິ້ນນໍ້າ. ບາດແລ້ວ ລະມານັ່ງກິນເຂົ້າຢູ່ສາລາຫນ້າບ້ານທ້າວໂຈ້ ທໍາອິດວ່າຊິພາກັນເຮັດພັນປາ, ບ້ານທ້າວໂຈ້ມີຫນອງປາ, ໂອ້ຍ ມີແຕ່ພວກວານແຫ ເກັ່ງລະບໍ້ຫັ້ນ ເກັ່ງແຕ່ທິດສະດີຫັ້ນນະ ບາດໃຫ້ຈັບແຫແທ້ໆ ລະເຮັດເປັນ ໂອ້ຍມື້ວານນອນບໍ່ອີມ ບໍ່ມີແຮງ ບາງຄົນກໍ່ວ່າ ໂອ້ຍ ຖ້າຂ້ອຍມີກ້າມແຂນ ຂ້ອຍເຮັດແລ້ວ. ສະຫລຸບ 30 ນາທີ ຜ່ານໄປ ປາໂຕຫນຶ່ງກະຍັງບໍ່ໄດ້, ທ້າວໂຈ້ (ເຊິ່ງເພີ່ນວ່າ ເພິ່ນເປັນຄົນມີຄວາມຮູ້ສູງ) ຍ່າງອອກໄປໂວຍກະເຈົ້າວິທີການວານແຫ ຮ້ວຍ ລາວກະບອກພວກນັ້ນວ່າ ໃຫ້ຈັບສີ່ຟາກລະກະວາງລົງ ລະກະແລ້ວ (ເອີ ມັນສະຫລາດໃດ໋ເນາະ) ມີແຕ່ປາໂຕນ້ອຍ ທີ່ຈັບຂື້ນມາ ປາໂຕໃຫຍ່ມີໂຕດຽວ ອາເລັກລະບອກວ່າ ຢ່າລະ ບໍ່ກິນລະ ອີ່ຕົນມັນ ນາງເປັດເພີ່ນກໍ່ຂໍຖ່າຍຮູບນຳປາຫນ້ອຍຫນຶ່ງ ແລ້ວມັນກໍ່ໂຍນປາລົງນ້ຳຄືນ ເຮັດເປັນອີ່ຕົນມັນ ບາດມັນສຸກລະ ກິນເອົາກິນເອົາ, ວັນນັ້ນ ກໍ່ເລີຍບໍ່ໄດ້ກິນພັນປາຊໍ້າ
ກິນເຂົ້າສວາຍກັນແລ້ວ ທ້າວຫລ້າ ແຟນນາງເປັດ ກໍ່ມາຮ່ວມວົງນໍາ ແລ້ວກໍ່ຊວນກັນໄປຕາດວັງນອງອີກ ໃຈຂື້ນຢາກໄປອີກແລ້ວ. 3:30 ກໍ່ອອກເດີນທາງ, ຕອນຂີ່ລົດເຂົ້າໄປ ແມ່ນພໍດີ ກະເຈົ້າຂີ່ລົດອອກມາ ພວກນັ່ງທາງຫລັງກໍ່ຮ້ອງໂຮໃສ່ກະເຈົ້າ. ກະເຈົ້າຈົນເມື່ອຍຫລິ້ນ ໄອ້ເຮົາຫາກໍ່ໄປ
ຮອດຕາດວັງນອງ ຄົນກໍ່ຍັງຫລາຍຢູ່ ແຕ່ກໍ່ຕ້ອງໄປໃຫ້ໄດ້, ທຳອິດກໍ່ພາກັນຫລິ້ນໄພ້່ກ່ອນ, ທ້າວໂຈ້ ລາວເປັນແມ່, ຕູດລະເບາະ ສ່ວນນາງເປັດ ແລະທ້າວຫລ້າ ກໍ່ພາກັນຫລັບເປັນຕາຍ (ຈັກວ່າ ພວກເຂົາເມື່ອຍມາແຕ່ໃສ) ປະມານ 5 ໂມງ ກໍ່ພາກັນແລ່ນລົງນ້ຳ
ມັນຈະມີເຄືອໄມ້ ເອົາໄວ້ໂຫນ ນາງສັນຍາ ກົ້ນຂີ້ທັ່ງ, ຂາຂອງຂ້ອຍລົ້ມຖືກກ້ອນຫີນ, ກໍ່ຍ້ອນເຄືອໄມ້ຫັ້ນລະ. ຢູ່ໄປດົນໆ ຄົນລະຫາຍຈົນຊິຫມົດ ອ້າວ ໂລກຂອງເຮົາລະບໍ້
ອວຍພອນວັນເກີດປານ້ອຍ ດ້ວຍການໄປຊື້ເຄັກມາເປົ່າຢູ່ບ້ານນາງເປັດ ແຕ່ກ່ອນຫນ້ານີ້ ແມ່ນພາກັນຊິໄປວຽນທຽນຢູ່ຫລັກ 10 (ບ້ານຂອງທ້າວຫລ້າ ແຟນຂອງນາງເປັດ) ເຂົາຈົນວຽນທຽນແລ້ວລະ ຕອນທີ່ພວກເຮົາໄປຮອດ. ວ່າຈະເຂົ້າໄປຮ້ອງຄາລາໂອເກະ ແຕ່ຮ້ານອາຫານຫຼັກ 4 ກໍ່ບໍ່ເປີດ ເອີ້ ຈັງແມ່ນດີ ສູ ເປົ່າເຄັກລະກະເມື່ອ
ໃຜຮ່ວມງານ:
ຜູ້ບ່າວ: ໂຈ້, ສຸດ, ອາເລັກ, ເປ່ເລ້, ຫລ້າ (ແຟນນາງເປັດນ້ອຍ)
ຜູ້ສາວ: ປານ້ອຍ, ສັນຍາ, ນະນ່າ, ເປັດນ້ອຍ, ປາເປົ້າ, ນ້ອຍ (ເມຍໂຈ້)
ລວມ: 11ຄົນ (ຈັງແມ່ນຄົນຫນ້ອຍ)

14 September 2008

Happy Birthday Panoy

14/9/1986

ນາງປານ້ອຍ ເຈົ້າເຖົ້າຂື້ນແລ້ວໃດ໋ 22 ປີແລ້ວ

ຂໍໃຫ້ເຈົ້າພົບກັບຮັກຈິງໄວໆເນີ້ ຢ່າເລືອກຫລາຍ ຄານທອງຖາມຫາແລ້ວ
ໃຫ້ມີຄວາມສຸກຕະຫລອດໄປ
ຂໍໃຫ້ເຈົ້າມີເງິນຫລາຍໆ ແລ້ວເອົາໄວ້ມາລ້ຽງຫມູ່ທີ່ດີໆ ຄືຂ້ອຍນິເດີ້
ນາງປານ້ອຍ ເຮົາກໍ່ເປັນຫມູ່ກັນມາ ແຕ່ສະໄຫມປະຖົມ
ຈັງໃດ ຂ້ອຍກໍ່ຂໍໃຫ້ພວກເຮົາເປັນຫມູ່ກັນແບບນີ້ ຕະຫລອດໄປ
ສຸຂະພາບ ການງານ ເງິນຄຳ ແລະມິດຕະພາບ
ຂໍໃຫ້ມັນຄົງຢູ່ຕະຫລອດໄປເນີ້
ສາທຸ

12 September 2008

Happy Birthday Bee

3/9/1986

ຄົບຮອບ 22 ປີແລ້ວ ພວກເຮົາມາອວຍພອນວັນເກີດໃຫ້ ບີ່ນຳກັນ



ຂໍໃຫ້ບີ່ຈົງຈະເລີນ ຫາວຽກຫາງານໄດ້ຖືກໃຈ
ໄດ້ເງິນຫລາຍໆ
ສຸຂະພາບແຂງແຮງເດີ
ຂໍໃຫ້ພວກເຮົາໄດ້ມີໂອກາດໄປຫລິ້ນນຳກັນອີກ
ຂໍໃຫ້ຄວາມຮັກຫມັ້ນຍືນເດີ້
ແລະດີໃຈນຳທີ່ຈົບການສຶກສາແລ້ວ

ສະຫລອງຈົບການສຶກສາ

30/08/2008
ຍ້ອນວ່າ ວັນຮັບໃບປະກາດ ເດັກ 6/2 ບໍ່ໄດ້ໄປສະຫລອງນຳກັນ ເພາະບາງຄົນກໍ່ໄປສັງສັນນຳຄອບຄົວ ວັນນັ້ນເປັນວັນຄອບຄົວເດ້ ໃນວັນເສົາຂອງອາທິດນັ້ນເອງ ກໍ່ຕ້ອງໄດ້ຈັດງານສະຫລອງໃບປະກາດລະບໍ້ ມັນຊິບໍ່ຄືໃດ໋ ຖ້າບໍ່ໄດ້ເຫັນຫນ້າກັນນະ
ສະຖານທີ່ກໍ່ແມ່ນ ບ້ານທ້າວຕາວັນ (ບ້ານລາວ ຫາກໍ່ປຸກແລ້ວ ທີ່ຈິງມັນກໍ່ແລ້ວແຕ່ດົນ ແຕ່ຂ້ອຍຫາກໍ່ຊິເຫັນ) ປານວ່າ ລາວອອກແບບບ້ານເພື່ອນຫມູ່ ເພາະມີສາລາເບຍນຳອີກ ແລ້ວເຮືອນຄົວລາວກໍ່ເປີດປະຕູກວ້າງໄດ້ ຍ່າງອອກ ຍ່າງເຂົ້າ ສະບາຍເລີຍລະ ສົມກັບເປັນບ້ານ ຂອງຄົນມັກສັງສັນເນາະ ເຮີ ເຮີ

ອາຫານທີ່ຢູ່ຫນ້າໂຕະ ມັນບໍ່ແມ່ນຝີມື ໃຜດອກ ນອກຈາກ ນາງເປັດນ້ອຍ ລາວມາແຕ່ເຊັນແຕ່ເຊົ້າ ເພື່ອມາແຕ່ງກິນໃຫ້ເດັກນ້ອຍພວກນີ້ ມີຫມູ່ດີ ກໍ່ດີແນວດີລະ ພວກເດັກນ້ອຍນີ້ ບໍ່ໃຫຍ່ໄດ້ໃດ໋ ຖ້າບໍ່ມີນາງເປັດ ຂໍຂອບໃຈນຳຄວາມກະລຸນາຂອງນາງນຳເນີ້

ສັງເກດຢູ່ຈອກເບຍໃຫ້ດີໆ ເພາະພວກນີ້ ມັນເລີ່ມບໍ່ມີຫຍັງເຮັດ ມັນຂີດແບ່ງເສັ້ນ ແມ່ນໃຜເປັນຄົນ ເປັນຫມາ ຕາຍແລ້ວ ຈັງແມ່ນ ຄວາມຄິດສ້າງສັນ ຈົບມາແລ້ວ ການສຶກສາຊ່ວຍໄດ້ຫລາຍເນາະ ອີ່ຕົນແຕ່ທ້າວໂຈ້ ມັນບໍ່ກິນເຫຼົ້າກິນເບຍ ຈັກວ່າ ມັນຊິຖືກຈັດເປັນຄົນປະເພດໃດເນາະ ເຮີເຮີ ມັນຖືກກະເຈົ້າຂັບໄລ່ ມັນກໍ່ເລີຍໄປວຸ້ນວາຍຢູ່ເຮືອນຄົວແທນ ບໍ່ແມ່ນຫຍັງດອກ ມັນໄປກິນເຂົ້າຢູ່ຫັ້ນ ເປັດເຮັດກິນແລ້ວ ມັນກໍ່ງ້າບເລີຍ ມັນຍັງທຳທ່າເຮັດປານວ່າ ໂຕເອງເປັນຄົນແຕ່ງກິນ ຈັງແມ່ນມັນ


ຄ່ຳໄປຫນ້ອຍຫນຶ່ງ ທ້າວເຕ້ຍ ແລະທ້າວຕາເວັນກໍ່ເອົາ ໂທລະທັດມາໃຫ້ ແລະເປີດ ຄາລາໂອເກະ ເພາະເຫັນພວກທີ່ບໍ່ໄດ້ກິນ ເຫຼົ້າກິນເບຍ ຄືຂ້ອຍນັ່ງຊຶມຢູ່ ມັນຢ້ານຫມູ່ບໍ່ມ່ວນ ໂອ້ ເຄື່ອງສຽງກໍ່ເປັນຂອງທ້າວເຕ້ຍອີກ ແບບວ່າ ຖ້າຫມູ່ເຮົາແມ່ນໃຜ ຢາກຈັດງານ ຕ້ອງເອີ້ນທ້າວເຕ້ຍໂລດ ລາວມີ ມິກສເຊີ້ ນຳອີກ ຮ້ອງເພັງໄປ ລະກະເມື່ອຍຟັງສຽງໂຕເອງ ກໍ່ເລີຍປ່ຽນເປັນເພັງເຕັ້ນແທນ




ທຳອິດກໍ່ເຕັ້ນ ໃນສາລາເບຍຫັ້ນລະ ດົນໆໄປລະຍ້າຍສະຖານທີ່ ເຕັ້ນຢູ່ເດີນຫຍ້າ (ຫຍ້າບ້ານທ້າວຕາວັນ ຕ້ອງຕາຍຫມົດແທ້ໆ) ພໍດີວ່າ ຢູ່ເດີນຫຍ້າມີຕົ້ນໄມ້ ມັນກໍ່ຖືກໃຊ້ເປັນເສົາ ໃຫ້ພວກລີງພວກຄາງ ໄດ້ລູດຫລິ້ນ


ທ່າເຕັ້ນກໍ່ມີຫລາຍ ແບບເຊັ່ນ ເຕັ້ນຢ່າງສະໃຈຂອງທ້າວໂຈ້ ມັນເຫນັງນີ້ວດຽວ ແລ້ວມັນກໍ່ຮ້ອງ ກູຈັງແມ່ນມ່ວນເດ້ (ມັນໄດ້ເມຍແລ້ວ ມັນກໍ່ຍັງບ້າເນາະ) ແຣັບແບບຫວຽດໆຂອງທ້າວກອນ ຮ່າຮ່າຮ່າ ບໍ່ມີໃຜລອກມັນໄດ້ດອກ ຮິບຮອບຂອງທ້າວຕຸ້ຍນຸ້ຍ ມັນເຕັ້ນແບບລື່ມຫຸ່ນມັນເລີຍ ລະກໍ່ມີທ່າເຕັ້ນຢົ້ວສະຫວາດຂອງສາວໆ 6/2 ອີກ ຮ່າຮ່າຮ່າ

ນາງເປັດລາວໃສ່ ສຸດລິດສຸດເດດ ຢາກໃຫ້ເຫັນພາບ ມັນເຕັ້ນໂຊເອິກນ້ອຍໆຂອງມັນ ເພາະທ້າວໂຈ້ລາວເອົາເງິນອອກມາໂຊ ມັນວ່າໃຜເຕັ້ນໄດ້ໃຈມັນ ມັນຊິເອົາເງິນໃຫ້ ໂຮ້ ຫນ້າເງິນຄືພວກເຮົາກໍ່ໄດ້ໃຈລະບໍ້ ເຕັ້ນກັນແບບບໍ່ຄິດຊີວິດ ນາງຕ້າເຕັ້ນຢ່າງສຸດມັນ ບໍ່ອີ່ຕົນແຟນນາງທີ່ນັ່ງຂ້າງໆເລີຍເນາະ ສະຫລຸບ ເງິນໃບ 500 ກີບຂອງທ້າວໂຈ້ ເຮັດໃຫ້ຄົນປ່ອຍສັນດານດິບອອກມາໄດ້ 500 ກີບກະເອົານະ


ໃນວັນນັ້ນ ກໍ່ໄດ້ຍິນຂ່າວດີອີກ 2ເລື້ອງ ຄື ຈອນ ເມຍຂອງທ້າວນຸກ ຕັ້ງທ້ອງໄດ້ 2 ເດືອນແລ້ວ ແລະເລື້ອງທີ່ 2 ແມ່ນ ນ້ອຍ ເມຍຂອງທ້າວໂຈ້ ກໍ່ຕັ້ງທ້ອງໄດ້ 2ເດືອນເຊັ່ນກັນ (ພວກນີ້ ມັນນັດກັນແມ່ນບໍ່ນິ) ຈັງແມ່ນເປັນຂ່າວດີ ສຳຫລັບພວກທີ່ຄັນໄມ້ຄັນມື ຢາກຫລິ້ນໄພ້ຫລາຍ ຮ່າຮ່າຮ່າ ທ້າວໂຈ້ລາວຂະລຳເບຍ ຍ້ອນເລື້ອງນີ້ລະ ສົມພໍ ຊ່ວງນີ້ ທ້າວໂຈ້ຂັງເມຍໄວ້ແຕ່ໃນບ້ານ ບໍ່ໃຫ້ອອກໄປພົບເດືອນພົບດາວ ຈັງແມ່ນເພິ່ນຫ່ວງເມຍ

ຂໍໃຫ້ບັນດິດໃຫມ່ທຸກຄົນ ຫາວຽກທີ່ຖືກໃຈໄດ້ໄວໄວເດີ້ ແລະພວກທີ່ໄປຮຽນຕໍ່ກໍ່ຂໍໃຫ້ ປະສົບຜົນສຳເລັດ ກັບມາເຊັ່ນກັນ (ຮູ້ມາ ກໍ່ມີແຕ່ ຂ້ອຍ ກັບນາງສັນຍາ ນິລະ ທີ່ໄດ້ໄປຕໍ່ປະລິນຍາໂທ ສະເຫນີໂຕເອງເກັ່່ງຂະຫນາດ ຮ່າຮ່າຮ່າ)

ໃຜມີຫນ້າໃນງານ
ຜູ້ສາວ: ນະນ່າ, ສັນຍາ, ປານ້ອຍ, ເປັດ, ປາເປົ້າ, ຈອນ(ເມຍນຸກ), ຕ້າ
ຜູ້ບ່າວ: ໂຈ້, ນຸຸກ, ເຕ້ຍ, ກອນ, ສິດ, ຫ້ວງ, ສຸດ, ເປ່ເລ້, ສຸກ, ອາເລັກ
ເຈົ້າພາບ: ຕາວັນ
ລວມ: 18 ຄົນ ບວກກັບຫມູ່ຕໍ່ຫມູ່ອີກຫລາຍຄົນ

ອັບເດດ: ຂໍແກ້ຂ່າວໜ້ອຍໜຶ່ງ ທ້າວໂຈ້ລາວບໍ່ກິນເບຍ ບໍ່ແມ່ນຍ້ອນລາວຂະລຳຫຍັງດອກ ລາວເຊື່ອງຄວາມຈິງເອົາໄວ້ ທີ່ຈິງແມ່ນລາວເປັນ ລິດຊີ້ (ລິດສີດວງ) ເອົາເລື້ອງຂະລຳຈັງຊັ້ນຈັງຊີ້ ມາບັງຫນ້າ

ຈົບແລ້ວ 2008

28/8/2008ຈົບແລ້ວ ຈົບແລ້ວ ເດັກ 6/2 ບາງຄົນໄດ້ຈົບການສຶກສາລະດັບປະລິນຍາຕີແລ້ວ ໂອ້ຍດີໃຈນຳພວກຂ້ອຍແນ່ເດີ້ ໃນມື້ຮັບໃບປະກາດ ເປັນມື້ທີ່ວຸ້ນວາຍທີ່ສຸດ ເພາະບໍ່ເຫັນຫມູ່ທີ່ຈົບພ້ອມກັນເລີຍ ຕ່າງພາກັນໄປໃຜໄປມັນ ວ່າຢາກຖ່າຍຮູບນຳຫມົດທຸກຄົນ ມັນກໍ່ເປັນໄປບໍ່ໄດ້ ກໍ່ເລີຍມີຮູບພຽງເທົ່ານີ້ ລະເນີ້
ຊັງທ້າວໂຈ້ ກັບທ້າວກອນ ຈັກວ່າ ມັນມາຫຍັງ ບໍ່ເອົາດອກໝອກດອກໄມ້ມາສະແດງຄວາມຍິນດີນຳ ບັນດິດໃຫມ່ ເອີກູເຫັນຫນ້າມຶງລະ ໄປລະ ເບິ່ງມັນເວົ້າ ມັນມາເພື່ອມາເບິ່ງຫນ້າຫມູ່ແລ້ວກໍ່ຈາກໄປ ຈັງແມ່ນພວກເພິ່ນ ລະໂຊກດີຫນ້ອຍຫນຶ່ງ ທີ່ໄດ້ເຫັນຕ້າ ກໍ່ເລີຍຈັບມາຖ່າຍຮູບເລີຍ ຂໍແກ້ຄວາມຜິດພາດຂອງຂ້ານ້ອຍຫນ້ອຍຫນຶ່ງເດີ້ ແບ້ກັບຕູນີ່ ຍັງບໍ່ໄດ້ຈົບ ພວກຂະເຈົ້າຮຽນ 6 ປີ ມາເບິ່ງລາຍຊື່ວ່າ ແມ່ນໃຜຈົບແນ່ ປີນີ້


ເປົ້າ ວິສະວະກຳກໍ່ສ້າງ
ຫ້ວງ ວິສະວະກຳ ເອເລັກໂຕນິກ (ມັນໄດ້ວຽກເຮັດແລ້ວ)
ສັນຍາ ລັດຖະສາດ
ສຸດ ນິຕິສາດ
ເຕ້ຍ ນິຕິສາດ
ບີ້ (ນັກຮ້ອງຂອງພວກເຮົາ) ນິຕິສາດ
ສິດ ເສດຖະສາດ
ຕ້າ ເສດຖະສາດ
ຕາວັນ ເສດຖະສາດ
ນຸກ ເສດຖະສາດ
ບີ່ ເສດຖະສາດ (ຈົບຢູ່ ມະຫາວິທະຍາໄລ ຈຳປະສັກ)
ມື້ຊ້ອມຍ່າງຮັບໃບປະກາດ ຂ້ອຍເຫັນ ຕະຕ່າໃດ໋ ຈັນມາລີ ຫັ້ນນະ ແລ້ວຂ້ອຍບໍ່ໄດ້ລົມນຳລາວ ສົງໃສວ່າລາວຈົບຫຍັງເນາະ ໃຜຮູ້ບອກຂ້ອຍແນ່ເດີ້

ຈາກຜູ້ຂຽນ ຂໍໂທດນຳຫລາຍໆເດີ້ ທີ່ລາຍງານຊ້າເກີນໄປ ຊ່ວງນີ້ ບໍ່ມີເວລາ ເຖິງແມ່ນວ່າ ຈະຈົບໄປແລ້ວ ແລະບໍ່ໄດ້ເຮັດວຽກຫຍັງ ແຕ່ກໍ່ບໍ່ມີເວລາຫາຍໃຈ ເພາະໄປຫລິ້ນຕະຫລອດ ຢູ່ບ້ານກໍ່ບໍ່ໄດ້ຢູ່ ເປັນເດັກເລ້ລ້ອນແລ້ວ ອິນເຕີເນັດກໍ່ບໍ່ມີຢູ່ບ້ານແລ້ວ ກໍ່ເລີຍຫາເວລາຍາກຫລາຍ ຈັງໃດກໍ່ໃຫ້ອາໄພກັນແນ່ເນີ້
ຮູບຕອນໄປຫລິ້ນຢູ່ປາກຊັນ ໄປນຳຫມູ່ຢູ່ໂຮງຮຽນວິສະວະກຳນັ້ນລະ ມ້ວນມ່ວນ

05 September 2008

ລອຍກະທົງ 18/10/2005

ລອຍກະທົງ ໃນບຸນຊ່ວງເຮືອວັດຈັນ, ພຸ້ນນະ ແຕ່ປີ 2005 ຫາກໍ່ຊິເອົາມາບອກ ຈັງໃດກໍ່ຂໍໂທດນຳ ອັບເດັດຜູ້ດຽວ ກະເປັນແນວນີ້ລະ ບໍ່ມີຜູ້ໃດ ອາສາມາຊ່ອຍເລີຍ ອີ່ຕົນໂຕເອງ. ອ້າວມາເຂົ້າເລື້ອງເລີຍດີກວ່າ, ລອຍກະທົງປີ2005 ນີ້ເປັນປີທຳອິດທີ່ໄດ້ໄປນຳກັນ ເພາະ ຫນຶ່ງ, ແມ່ນໃຜກໍ່ຍັງບໍ່ມີແຟນ. ສອງ, ແມ່ນໃຜກໍ່ຍັງຫາຫມູ່ໃຫມ່ບໍ່ໄດ້. ບໍ່ມີໃຜຄົບ ເຮີເຮີ.
ນັດກັນໄປບ້ານ ວົງສີສຸກ ຫົວຫນ້າຫ້ອງເຮົາ ແລ້ວຕັ້ງໃຈວ່າຈະຍ່າງໄປ ທ່າວັດຈັນ (ໃຈເອົາ) ອາຊີບດອກ ນັດ 7 ໂມງ, ມາ 9 ໂມງ, ໂມງປະເທດລາວມັນເຄື່ອນແບບນີ້ ຕະຫລອດ
ຍ່າງໄປ ຢູ່ລ້າບໍ່ເປັນ ບຸດຫນຶ່ງກໍ່ຖ່າຍຮູບ ປານພວກລີງເຂົ້າເມືອງ. ໄປຮອດທ່າວັດຈັນ ກໍ່ຕ້ອງຖ່າຍຮູບໄວ້ເປັນທີ່ລະລຶກ ອ້າວຂໍພອນສະ. ຢ້ານແຕທູບຊິຈູດຫົວກັນຫັ້ນລະ.ຍ່າງຫລາຍກໍ່ເລີຍຫິວເຂົ້າໃດ໋ບາດນີ້ ຊອກຫາຂອງກິນ ແລ້ວກໍ່ໄປເຫັນຮ້ານຕຳຫມາກຮຸ້ງ ຫລືແມ່ນຫຍັງນິລະ ບໍ່ຈື່, ພວກເດັກນ້ອຍທີ່ຫິວໂຫ້ຍ ໄປເອິອະ ວຸ້ນວາຍຢູ່ຫນ້າຮ້ານ ກະເຈົ້າ ກະເຈົ້າກໍ່ດີໃຈ ນຶກວ່າຊິໄດ້ຂາຍຫລາຍ ບາດແລ້ວ ຊື້ຖົງສອງຖົງ ລະກະຫນີ
ມັນກະດົນແລ້ວ ຈົນບໍ່ຈື່ ວ່າໄດ້ເຮັດຫຍັງແນ່ ແຕ່ໃຫ້ເບິ່ງຮູບເອົາເດີ້, ຈະສັງເກດເຫັນວ່າ ມີແຕ່ພວກຫນ້າໃສໆ ຫນຸ່ມໆ ດຽວນີ້ ພາກັນເຖົ້າຫມົດແລ້ວ.
_________________________


ມີໃຜໄປ



ຜູ້ບ່າວ: ເກມ, ເກີ, ສຸກ, ຫວ້ງ (4 ຄົນ)

ຜູ້ສາວ: ນ້ອຍ, ນະນ່າ, ຕ້າ, ເປົ້າ, ປານ້ອຍ, ມີ່ (6 ຄົນ)

ແລະແຂກຮັບເຊີນອື່ນໆອີກ