19 November 2008
17 November 2008
Happy Birthday Souk 17/11/2008
ສຸກສັນວັນເກີດເດີ້ ຫົວຫນ້າຫ້ອງເຮົາ ວົງສີສຸກ ຄົບຮອບ 22 ປີ
ຂໍໃຫ້ເຈົ້າ ສຸຂະພາບແຂງແຮງເດີ້
ຫວັງສິ່ງໃດ ກໍ່ຂໍໃຫ້ໄດ້ສິ່ງນັ້ນ
ການຮຽນ ຄວາມຮັກ ແລະອານາຄົດ
ຂໍໃຫ້ເຈົ້າສົມຫວັງທຸກຢ່າງ
ແລະຂໍໃຫ້ໄດ້ເປັນເຈົ້າເປັນນາຍ
ຄືທີ່ກັບເຈົ້າເປັນຫົວຫນ້າຫ້ອງ 6.2 ນີ້ເດີ້
Labels:
General
13 November 2008
Happy Birthday Game 13/11/2008
ສຸກສັນວັນເກີດເດີ້ ທ້າວເກມ ຄົບຮອບ 23 ປີເດີ້
ຂໍໃຫ້ເກມເປັນຄົນທີ່ເຕ້ຍ ແລະຫນ້າຮັກແບບນີ້ ຕະຫລອດໄປ
ເຖິງແມ່ນວ່າ ເຈົ້າຈະເຖົ້າລົງ ແຕ່ປະສົບການໂລກກໍ່ເພີ່ມຂື້ນເຊັ່ນກັນ
ຂໍໃຫ້ເຈົ້າປະສົບຜົນສຳເລັດກັບທຸກຢ່າງ
ຢາກໄດ້ບ້ານເປັນຂອງຕົນເອງ ກໍ່ຂໍໃຫ້ໄດ້ໄວໄວເດີ້
ຈະເປັນກຳລັງໃຈໃຫ້
ເດີ້ ອ້າຍເກມ
Labels:
General
05 November 2008
ລອຍກະທົງ 2008
ຂໍໂທດນຳຫລາຍໆ ປັນຍາຊິ ອັບເດດບລ໋ອກ ມັນບໍ່ມີແລ້ວ ແຕ່ໃຂແນ່ ຍັງມີຮູບເກົ່າໆ ໃຫ້ລົງ, ສ່ວນເທດສະການຕໍ່ຈາກນີ້ໄປ ມັນກໍ່ຂື້ນກັບພວກແມງວັນນ້ອຍ ຢູ່ລາວຫັ້ນເດີ້ (ຂ້ອຍກະຊີໄດ້ຮູ້ເລື້ອງຢູ່ບໍ່ນໍ້) ເອົ້າ ໝັ້ນຍືນ ພີ່ນ້ອງ
14/10/2008
ຮອດແລ້ວ, ກຽມຊິລົງໄປລອຍກະທົງແລ້ວ ບໍ່ແມ່ນບ່ອນອື່ນໃດດອກ ກະບ່ອນດຽວຄືທຸກໆປິນັ້ນລະ
ປານພວກເພິ່ນຊິໄປທຳບຸນນຳກັນ, ຄິດວ່າ ຕົນເອງຖ່າຍຮູບ ປະຕິທິນຢູ່ຕິ (ເວົ້າຫລາຍ, ກະຂ້ອຍນີ້ລະ ບອກກະເຈົ້າໃຫ້ຫລຽວໄປແບບນີ້
ທີ່ຈິງ ທ້າວອາເລັກຂໍຖ່າຍຜູ້ດຽວ ແຕ່ພວກເດັກນ້ອຍ ທາງຫລັງຈັກວ່າມາແຕ່ໃສ, ມາໄວຂະຫນາດນະ
ພວກເຮົາຊຶ່ງເປັນພວກທີ່ຮັກຫມູ່ທີ່ສຸດ ກໍ່ໄດ້ປ່ອຍໃຫ້ທ້າວ ອາເລັກ ເດັກຊອດ ເວົ້າໄດ້ແຕ່ I'm so sorry ໄປເອົາກະທົງລົງນ້ຳ
ສ່ວນພວກນີ້ເດະ. ກະຖ່າຍຮຸູບຫລິ້ນລະເບາະ, ຂໍບອກ, ທ້າວອາເລັກ ແລະ ອ້າຍຫລ້າ ຈົນຕ້ອງໄດ້ລົງໄປແຄມນ້ຳ ເພາະກະທົງມັນໄປຕິດພຸ່ມຫຍ້າ ດຽວຄຳອວຍພອນບໍ່ເຖິງ ຮ່າຮ່າຮ່າ ສ່ວນພວກຜຸ້ສາວແມ່ນຮ້ອງວ໊າກໆ ອອກຄຳສັ່ງ ບໍ່ສົນໃຈຊາວບ້ານ ຊາວເມືອງທີ່ເຂົາ ພວມຂໍພອນອັນປະເສີດ (ໄປກວນສະມາທິກະເຈົ້າ) ບ່ອນນັ້ນ ມັນກໍ່ຄ້ອນຂ້າງມືດ ແຕ່ຖ້າຟັງສຽງແລ້ວ ເຫມືອກັບວ່າ ມີ ຫ້າ ຫົກ ສິບຄົນ, ຝົດພະຫລຶກ,
ໃຜໄປແນ່
ຜູ້ບ່າວ: ອາເລັກ ແລະ ອ້າຍຫລ້າ
ຜູ້ສາວ: ເປົ້າ, ແຫ້ງ, ນະນ່າ, ເປັດ
ຫມຸ່ເລີ່່ມບໍ່ຄົບ ຄຳຂໍພອນ ເລີ່ມເປັນຈິງແລ້ວ
ມື້ນັ້ນ ໄປຍູ້ລົດນຳ ກະລົດຂ້ອຍນີ້ລະ, ສົ່ງຮອດບ້ານປານ້ອຍ ກະດັບທັນທີ ນອນບ້ານຫມາແຫ້ງເລີຍ.
Labels:
Memories
Subscribe to:
Posts (Atom)











































